ຫວຽດນາມ ແລະ ອາເມລິກາຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ, ຍຸດຕິທຳ

ຫວຽດນາມ ແລະ ອາເມລິກາຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ, ຍຸດຕິທຳ - ảnh 1
(​ພົນ​ເອກ ​ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ
ເຈລະຈາ​ກັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ອາ​ເມ​ລິ​ກາ)


(vovworld) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ, ວັນ​ທີ 17/03, ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ, ​ພົນ​ເອກ ​ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ອາ​ເມ​ລິ​ກາ Jeh Johnson. ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ,  2 ຝ່າຍ​ໄດ້​ເຫັນ​ດີ​ຍົກ​ລະ​ດັບ​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ປ້ອງ​ກັນ​ຄວາ​ມສະຫງົບ, ຕະຫຼວດ, ​ພາຍ​ໃນ, ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ເລິກ​ເຊິ່ງຂຶ້ນ​ຕື່ມ; ສືບ​ຕໍ່​ຮັກສາ​ກົນ​ໄກ​ຮ່ວມ​ມື​​ທີ່​ມີ​ຢູ່​ແລ້ວ, ຄົ້ນຄວ້າ, ​ເຈລະຈາ​ເພື່ອ​ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ບັນດາ​ເອກະສານ​ຮ່ວມ​ມື ​ແນ​​ໃສ່​ສ້າງ​ພື້ນຖານ​ນິຕິ​ກຳ​ໃນການ​ພົວພັນຮ່ວມ​ມື 2 ຝ່າຍ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານພົນ​ເອກ ​ເຈີ​ນດ້າຍ​ກວາງ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ Leslie Caldwell, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີວ່າການ​ກະຊວງ​ຍຸຕິ​ທຳ ​ແລະ ບັນດາ​​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກະຊວງ​ຍຸຕິ​ທຳ​ອາ​ເມ​ລິ​ກາ. 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ຍົກ​ລະດັບ​ການ​ພົວພັນ​ຮ່ວມ​ມືໃຫ້​ແທດ​ຈິງ, ມີ​ປະສິດທິ​ຜົນ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ພົນ​ເອກ ​ເຈີ​ນດ້າຍ​ກວາງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ບາງ​ສະມາຊິ​ກສະພາ​ສູງ​ອາ​ເມ​ລິ​ກາ. ທີ່​ການ​ພົບ​ປະ​, ບັນດາ​ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ຄືນ​ໃໝ່​ວ່າ ສະພາ​ສູງ​ອາ​ເມ​ລິ​ກາ ​ແລະ ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ສະໜັບສະໜູນ​ການ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ​ກັນໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ເຄົາລົບ​ກົດໝາຍສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ສະໜັບສະໜູນ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ​ ​ບັນລຸຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ​.

ຂ່າວ/ບົດ​ອື່ນ