ຫວຽດນາມ ແລະ ເຢຍລະມັນເຫັນດີຊຸກຍູ້ ການຮ່ວມມືດ້ານກະສິກຳ

ຫວຽດນາມ ແລະ ເຢຍລະມັນເຫັນດີຊຸກຍູ້ ການຮ່ວມມືດ້ານກະສິກຳ - ảnh 1
(ທ່ານ​ລັດ​ຖະມົນຕີ​ວ່າການ​ກະຊວງ​ກະສິກຳ
 ​ແລະ ພັດທະນາ​ຊົນນະບົດ​ ກາວ​ດຶກ​ຟາດ)


(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ​ຢູ່​ເຢຍລະ​ມັນ, ວັນ​ທີ 19/01, ທ່ານ​ລັດ​ຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ ກາວ​ດຶກ​ຟາດ ​ໄດ້​ປຶກສາ​ຫາລື​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສະບຽງ​ອາຫານ ​ແລະ ກະສິກຳ​ເຢຍລະ​ມັນ Christian Schimidt ​ເພື່ອ​ແນ​ໃສ່​ເພີ່​ມທະວີ​ການ​ພົວພັນ 2 ຝ່າຍ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ປ່າ​ໄມ້.

        ທີ​່ການ​ເຈລະຈາ, ທ່ານ​ລັດຖ​ະມົນຕີ​ວ່າການ​ ກາວ​ດຶດຟາດ ​​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຄວາມ​ສະມັກ​ຄີ​ລະຫວ່າງ 2 ປະ​ເທດ. ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ລັດຖ​ະມົນຕີ​ວ່າການ​ ກາວ​ດຶດຟາດ ສະ​ເໜີ​ໃຫ້ 2 ກະຊວງ​ຕ້ອງ​ສົມທົບ​ກັນ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ຄ້າ​ກ່ຽວ​ກັບ​ຜະລິດ​ຕະພັນ​ກະ​ເສດ; ສະ​ເໜີ​ໃຫ້​ຝ່າຍ​ເຢຍລະ​ມັນ ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້ຜະລິດ​ຕະພັນ​ກະ​ເສດຂອງ​ຫວຽດນາມ ​ແຊກ​ຊຶມ​ເຂົ້າ​ຕະຫຼາດ EU, ພິ​ເສດ​ແມ່ນສຳລັບ​ບັນດາ​ຜະລິດ​ຕະພັນ​ຄື: ສິນ​ໃນ​ນ້ຳ, ​ເຂົ້າສານ, ຊາ, ກາ​ເຟ, ໝາກພິກ​ໄທ ​ແລະ ໝາກ​ໄມ້. ຫວຽດນາມ ກໍ່​ປາດ​ຖະໜາ​ວ່າ 2 ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ, ປົກ​ປັກ​ຮັກສາສິ່ງ​ແວດ​ລ້ອມ​ຊີວະ​ພາບ ​ແລະ ພັດທະນາ​ການ​ປ່າ​ໄມ້.

        ສ່ວນ​ທ່າ​ນລັດຖະມົນຕີ​ວ່າການ Christian Schimidt ຢືນຢັນ​ວ່າ, ຈະ​ສືບ​ຕໍ່​ສະໜັບ​ສະໜູນການ​ພັດ​ທະ​ນາ​ການ​ຮ່ວມ​ມື 2 ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ - ປ່າ​ໄມ້, ພ້ອມ​ທັງ​ໃຫ້​ຮູ້​ວ່າ, ຈະ​ປຶກສາ​ຫາລື​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ເຢຍລະ​ມັນ ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ລົງ​ນາມ​​ໃນເອກະສານ​ຮ່ວມ​ມື​ລະອຽດ​ກັບ​ຫວຽດນາມ.

ຂ່າວ/ບົດ​ອື່ນ