ຫວຽດນາມ ໄດ້ປະຕິບັດບັນດາການປະຕິຮູບຫຼາຍຢ່າງເພື່ອສ້າງຄວາມສະດວກໃຫ້ວິສາຫະກິດ

ຫວຽດນາມ ໄດ້ປະຕິບັດບັນດາການປະຕິຮູບຫຼາຍຢ່າງເພື່ອສ້າງຄວາມສະດວກໃຫ້ວິສາຫະກິດ - ảnh 1
(ພາບປະກອບ)

(vovworld) – ບົດ​ລາຍ​ງານ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ປີ 2014 ຂອງ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ ​ເຊິ່ງ​ໄດ້​ຮັບ​ການ​ປະກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 29 ຕຸລາ ຊີ້​ໃຫ້​ເຫັນ​ວ່າ ​ແຕ່​ເດືອນ ກໍ​ລະ​ກົດ ປີ 2012 ຮອດ​ເດືອນ ມີ​ຖຸນາ ປີ 2013, ຫວຽດນາມ ​ໄດ້​ມີ​ບັນ​ດາ​ມາດ​ຕະການ​ເພື່ອ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ນັກ​ລົງທຶນ ​ແລະ ຍົກ​ສູງ​ຄວາມ​ສາມາດ​ສຳ​ພັດ​ກັບ​ບ້ວງ​ສິນ​ເຊື່ອ. ທີ່​ພິທີ​ປະກາດ, ທ່ານ​ນາງ Webdy Werner, ຜູ້ອຳ​ນວນ​ການ​ໂຄງ​ການ​ທີ່​ປຶກສາ​ສະພາບ​ແວດ​ລ້ອມ​ແຫ່ງ​​ການ​ລົງທຶນ​ພາກ​ພື້ນ​ອາຊີ - ປາຊີ​ຝີ​ກ ຂອງ​ອົງ​ການ​ການ​​ເງິນ​ສາກົນ, ສະມາຊິກ​ກຸ່ມ​ທະນາຄານ​ໂລກ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ຕາມ​ບົດ​ລາຍ​ງານ​ແລ້ວ, ນັບ​ແຕ່​ປີ 2005, ຫວຽດນາມ ​ໄດ້​ປະຕິບັດ​ການ​ປະຕິ​ຮູບສະພາບ​ແວດ​ລ້ອມ​ດ້ານ​ກົດໝາຍ 21 ຄັ້ງແລ້ວ​ເພື່ອ​ສ້າງ​ເງື່ອນ​​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ - ແມ່ນຫຼາຍ​ກວ່າ​ໝູ່​ໃນ​ພາກ​ພື້ນອາຊີ - ປາຊີ​ຝີ​ກ. ປີ 2013 ນີ້​, ຫວຽດນາມ ຢື່ນອັນ​ດັບ​ທີ 99 ​ໃນ​ຈຳນວນ 189 ພື້ນຖານ​ເສດຖະກິດກ່ຽວ​ກັບ​​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ.

        ທ່ານ​ນາງ Nan Jiang, ໜຶ່ງໃນບັນດາຜູ້ຂຽນບົດ​ລາຍ​ງານ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດປີ​ 2014 ຂອງ​ກຸ່ມ​ທະນາຄານ​ໂລກ​ໃຫ້​ຂໍ້​ສັງ​ເກດ​ວ່າ.

        “ຫວຽດນາມ ມີ​ການ​ປັບປຸງຫຼາຍຢ່າງກ່ຽວກັບ​ລະບຽບ​ການອອກໜັງສືອະນຸຍາດ​ໃຫ້ການ​ກໍ່ສ້າງ ​ແລະ ສິນ​ເຊື່ອ​​. ​ແຕ່​ວ່າ​ຍັງ​ມີ​ສິ່ງ​ທ້າທາຍຫຼາຍ​ຢ່າງ​ສຳລັບ​ການ​ເຄື່ອນ​ໄຫ​ວຂອງ​ວິ​ສາ​ຫະກິດ​ທ້ອງ​ຖິ່ນ. ຕົວຢ່າງ​ຄື ວິ​ສາ​ຫະກິດ​ຕ້ອງ​ເສຍ​ເວລາ 115 ວັນ ​ເພື່ອ​ເຊື່ອມ​ຕໍ່​ກັບ​ຕາ​ໜ່າງໄຟຟ້າ​ຮັບໃຊ້ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ຍັງ​ມີ​ລະບຽບ​ການ​ທີ່​ເສຍ​ເວລາ​ຫຼາຍ. ດັ່ງນັ້ນ, ຫວຽດນາມ ຕ້ອງມານະພະຍາຍາມກ່ວາອີກໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ”

ຂ່າວ/ບົດ​ອື່ນ