ຫວຽດນາມ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງຮອງປະທານກອງປະຊຸມຄັ້ງທີ 43 ສະມັດຊາໃຫຍ່ UNESCO
(VOVWORLD) - ເລື່ອງໄດ້ຮັບການເລືອກຕັ້ງເປັນ 2 ຄັ້ງນັ້ນ ໄດ້ສະແດງໃຫ້ເຫັນບົດບາດທີ່ຕັ້ງ, ອິດທິພົນຊື່ສຽງກຳລັງຄວາມສາມາດໃນການປະກອບສ່ວນທີ່ນັບມື້ນັບສູງຂອງ ຫວຽດນາມ ຢູ່ບັນດາລະບອບຫຼາຍຝ່າຍທົ່ວໂລກ
(ທ່ານຮອງລັດຖະມົນຕີ ໂງເລວັນ ກ່າວຄຳເຫັນດ້ານນະໂຍບາຍທີ່ກອງປະຊຸມຄົບຄະນະ UNESCO ຄັ້ງທີ 43)
|
ເລື່ອງ ຫວຽດນາມ ໄດ້ຮັບການຄັດເລືອກດຳລົງຕຳແໜ່ງຮອງປະທານນັ້ນ ໄດ້ປະກອບສ່ວນເພີ່ມທະວີການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ ໃນວິວັດການສ້າງແຜນກຳນົດນະໂຍບາຍ, ປະສານງານ ແລະ ຜັນຂະຫຍາຍບັນດາຂໍໍ້ລິເລີ່ມຂອງ UNESCO ໃນບັນດາຂົງເຂດການສຶກສາ, ວັດທະນະທຳ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ການຖະແຫຼງຂ່າວ - ການສື່ສານ.
ກ່ອນໜ້ານັ້ນ, ຫວຽດນາມ ກໍ່ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງດັ່ງກ່າວທີ່ກອງປະຊຸມຄັ້ງທີ 42 ຂອງ ສະມັດຊາໃຫຍ່ UNESCO. ເລື່ອງໄດ້ຮັບການເລືອກຕັ້ງເປັນ 2 ຄັ້ງນັ້ນ ໄດ້ສະແດງໃຫ້ເຫັນບົດບາດທີ່ຕັ້ງ, ອິດທິພົນຊື່ສຽງກຳລັງຄວາມສາມາດໃນການປະກອບສ່ວນທີ່ນັບມື້ນັບສູງຂອງ ຫວຽດນາມ ຢູ່ບັນດາລະບອບຫຼາຍຝ່າຍທົ່ວໂລກ, ພ້ອມກັນນັ້ນ ກໍ່ຢືນຢັນການສະໜັບສະໜູນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນຕໍ່ບົດບາດເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ກຳລັັງຄວາມສາມາດໃນການບໍລິຫານຂອງ ຫວຽດນາມ ໃນຂອບເຂດ UNESCO.