ຫວຽດນາມຄວນຊຸກຍູ້ການສ້າງໂຄງປະກອບເສດຖະກິດຄືນໃໝ່ເພື່ອເຕີບໂຕ


 ຫວຽດນາມຄວນຊຸກຍູ້ການສ້າງໂຄງປະກອບເສດຖະກິດຄືນໃໝ່ເພື່ອເຕີບໂຕ - ảnh 1
ທ່ານ Tomoyuki Kimura (ນັ່ງ​ຢູ່​ກາງ) ຜູ້​ອຳ​ນວຍ​ການ ADB ປະ​ຈຳ​ຫວຽດ​ນາມຕອບ​ສຳ​ພາດ​ນັກ​ຂ່າວ  

(vovworld)- ຕາມ​ບົດ​ລາຍ​ງານ​ແງ່​ຫວັງ​ພັດ​ທະ​ນາ​ອາ​ຊີ ADO ປີ 2015 ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ADB ໄດ້​ປະ​ກາດ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 24/3, ລະ​ດັບ GDP ຂອງ​ຫວຽດ​ນາມ​ຈະ​ເພີ່ມ​ຂຶ້ນ 6,1% ໃນ​ປີນີ້ ແລະ 6,2% ໃນ​ປີ 2016 ດ້ວຍ​ການ​ສົມ​ມະ​ຕິ​ຖານ​ວ່າ ລັດ​ຖະ​ບານ​ຈະ​ຮັກ​ສາ​ນະ​ໂຍ​ບາຍ​ເງິນ​ຕາ ແລະ ປີ​ງົບ​ປະ​ມານ​ເປີດ​ກ້​ວາງ ແລະ ສືບ​ຕໍ່​ຍູ້​ໄວ​ລະ​ດັບ​ການ​ປະ​ຕິ​ຮູບ, ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປະ​ກາດ​ບົດ​ລາຍ​ງານ, ທ່ານ Tomoyuki Kimura ຜູ້​ອຳ​ນວຍ​ການ ADB ປະ​ຈຳ​ຫວຽດ​ນາມ ຖື​ວ່າ :

   “ ສະ​ພາບ​ການ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ປົວ​ແປງ​ສຳ​ລັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່, ພິ​ເສດ​ແມ່ນ​ອາ​ເມ​ລິ​ກາ ຊຶ່ງ​ຕະຫຼາດ​ສົ່ງ​ອອກ​ໃຫຍ່ກວ່າ​ໝູ່​ຂອງ​ຫວຽດ​ນາມ, ຈະ​ສ້າງ​ກຳ​ລັງ​ຊຸກ​ຍູ້​ການ​ສົ່ງ​ອອກ, ແຕ່​ຜົນ​ກະ​ທົບ​ທີ່​ຕັ້ງ​ໜ້ານີ້​ຈະຫຼຸດ​ລົງ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຍ້ອນ​ການ​ເຕີບ​ໂຕ​ຊັກ​ຊ້າ​ລົງ​ຢູ່​ຈີນ. ຫວຽດ​ນາມ ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ລະ​ຄາ​ນ້ຳ​ມັນ​ໃນ​ໂລກຫຼຸດ​ລົງ, ເຮັດ​ໃຫ້​ເພີ່ມ​ລາຍ​ຮັບ​ຂອງ​ປະ​ຊາ​ຊົນ ແລະ ຫຼຸດ​ຜ່ອນ​ເງິນໃຊ້​ຈາຍໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ”

    ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ແງ່​ຫວັງ​ເສດ​ຖະ​ກິດ​ຫວຽດ​ນາມ, ຜູ້​ຊ່ຽວ​ຊານ ADB ປະ​ຈຳ​ຫວຽດ​ນາມ Dominic Mellor ຖື​ວ່າ ເງິນ​ເຟີ້ຫຼຸດ​ລົງ, ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​ເພີ່ມ​ຂຶ້​ນ, ແງ່​ຫວັງ​ການ​ສົ່ງ​ອອກ​ສິນ​ຄ້າ ມີ​ຄວາມ​ໝັ້ນ​ໝາຍ​ດີ, ທັງ​ໝົດ​ເຫຼົ່າ​ນັ້ນ ກໍ​ແມ່ນ​ບັນ​ດາ​ປັດ​ໄຈ​ປົວ​ແປງ​ແງ່​ຫວັງ​ການ​ລົງ​ທຶນ, ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກຳ​ລັງ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ຫວຽດ​ໜາມ.

ຂ່າວ/ບົດ​ອື່ນ