(vovworld) - ໃນບົດປາໄສທີ່ກອງປະຊຸມຄົບຄະນະຂອງສະພາປະຕິບັດUNESCO ຄັ້ງທີ 189 ເຊິ່ງຈັດຂຶ້ນຢູ່ ປາຮີ (ຝລັ່ງ)ນັ້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນແທງເຊີນ, ຜູ້ຕ່າງໜ້າຫວຽດນາມປະຈຳສະພາປະຕິບັດ UNESCO, ໄດ້ຊີ້ໃຫ້ເຫັນການສະໜັບສະໜູນຂອງຫວຽດນາມທີ່ມີຕໍ່ຂໍ້ລິເລີ່ມສ້າງຕັ້ງກອງທຶນສຸກເສີນຂອງ UNESCO ແລະ ມາດຕະການຕັ້ງໜ້າອື່ນອີກຈຳນວນນວນໜຶ່ງ ເພື່ອຊ່ວຍ UNESCO ຜ່ານຜ່າໄລຍະຫຍຸ້ງຍາກໃນປະຈຸບັນ. ຫວຽດນາມກໍ່ສະໜັບສະໜູນ UNESCO ເພີ່ມທະວີການພົວພັນກັບຄະນະຜູ້ແທນປະຈຳຂອງຄະນະກຳມະການແຫ່ງຊາດ UNESCO ບັນດາປະເທດສະມາຊິກ ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນແທງເຊີນ ຢືນຢັນວ່າ, ໃນຖານະແມ່ນສະມາຊິກຂອງສະພາປະຕິບັດ UNESCO ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບອົງການນີ້ ເພື່ອໂລກສັນຕິພາບ ແລະ ສວຍສົດງົດງາມ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນແທງເຊີນ ໃຫ້ຮູ້ວ່າ:
”ຕໍ່ໜ້າໄລຍະທີ່ຫຍຸ້ງຍາກນີ້, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບ UNESCO ເພື່ອຜ່ານຜ່າການທ້າທາຍທາງດ້ານການເງິນໃນປະຈຸບັນ. ນອກຈາກຄວາມມານະພະຍາຍາມຂອງອົງການ UNESCO ແລ້ວ, ຫວຽດນາມຖືວ່າ, ບັນດາປະເທດສະມາຊິກຄວນມານະພະຍາຍາມກວ່າອີກ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນງົບປະມານ ກໍ່ຄືຜັນຂະຫຍາຍໂຄງການເຄື່ອນໄຫວຂອງອົງການ”