ຫວຽດນາມຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ
(ກອງປະຊຸມຖອດຖອນບົດຮຽນໄລຍະ 2 ປີທີ່ຫວຽດນາມ
ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ)
(vovworld) - ຫວຽດນາມ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແມ່ນແຜນນະໂຍບາຍໃຫຍ່ຂອງລັດ ແລະ ກອງທັບຫວຽດນາມ, ສະນັ້ນ, ບັນດາອົງການ, ກົມກອງຕ້ອງແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ຮັກສາສັນຕິພາບໃນໄລຍະຈະມາເຖິງໃຫ້ດີກວ່າອີກ. ພົນໂທ ວໍວັນຕ໋ວນ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບເລື່ອງກອງທັບເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ໄດ້ເນັ້ນໜັກຄືແນວນັ້ນ ທີ່ກອງປະຊຸມຖອດຖອນບົດຮຽນໄລຍະ 2 ປີທີ່ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ (2014 - 2016), ຖືກດຳເນີນໃນວັນທີ 18/08, ຢູ່ຮ່າໂນ້ຍ. ພົນໂທ ວໍວັນຕ໋ວນ ສະເໜີສູນຮັກສາສັນຕິພາບຫວຽດນາມ ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບໃນໄລຍະຈະມາເຖິງກວ່າອີກ. ພົນໂທ ວໍວັນຕ໋ວນ ເນັ້ນໜັກວ່າ.
“ຫວຽດນາມ ໄດ້ຈັດສົ່ງພະນັກງານ 12 ຄົນ, ໃນນັ້ນມີ 7 ຄົນໄດ້ປະຕິບັດໜ້າທີ່ເປັນຢ່າງດີ ແລະ ກັບເມືອປະເທດຢ່າງປອດໄພ. ປະຈຸບັນ ຍັງມີ 5 ຄົນພວມສືບຕໍ່ປະຕິບັດໜ້າທີ່. ຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍການສົ່ງບັນດາກົມກອງ, ຊອກຫາບັນດາຮູບແບບບົນຫຼັກການຂອງສະຫະປະຊາຊາດ ເພື່ອຜັນຂະຫຍາຍຢູ່ຂັ້ນກົມກອງ. ນີ້ແມ່ນໜ້າທີ່ໜັກໜ່ວງໃນທິດທາງຕໍ່ໄປຂອງສູນຮັກສາສັນຕິພາບ”.