ຫວຽດນາມຕັ້ງໜ້າເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ

ຫວຽດນາມຕັ້ງໜ້າເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ - ảnh 1
ພາບປະກອບ

(vovworld) - ທ້າຍ​ປີ​ນີ້, ຫວຽດນາມ​ຈະ​ເຂົ້າ​ຮ່ວມ ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ. ​ໃນ​ລາຍການ “ປະຊາຊົນ​ຖາມ: ລັດຖະມົນຕີ​ວ່າການ​ຕ້ອບ“ ສັບປະດາ​ນີ້, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ - ການ​ຄ້າ ຫວູຮູ​ຍຮ່ວາງ ຈະ​ຕອບ​ຄຳ​ຖາມ​ຂອງ​ປະຊາຊົນ​ກ່ຽວ​ກັບ​ບັນດາ​ກາລະ​ໂອກາດ ​ແລະ ການ​ທ້າ​ທາຍ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ, ສຳລັບ​ພື້ນຖານ​ເສດຖະກິດ​ຫວຽດນາມ. ທ່ານ​ລັດຖະມົນຕີ​ວ່າການ​ ຫວູຮູ​ຍຮ່ວາງ, ​ໃຫ້​ຮູ້​ວ່າ:

        “​ເນື້ອ​ໃນ​ຕົ້ນຕໍ​ຂອງ​ປະຊາ​ຄົມ​ອາ​ຊຽນ​ເຖິງ​ວັນ​ທີ 31/12/2015 ​ແມ່ນ​ປະຕິບັດ​ສຳ​ເລັດ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ເສດຖະກິດ​ການ​ຄ້າ, ການ​ລົງທຶນ, ​ເຮັດ​ໃຫ້​ອາ​ຊຽນມີ​ຄວາມ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຕະຫຼາດ​ສິນຄ້າ, ການ​ລົງທຶນ, ຜູ້​ອອກ​ແຮງ​ງານ​ປະ​ເທດ​ນີ້​ຈະ​ມີ​ໂອກາດ​ໄປ​ເຮັດ​ວຽກ​ຢູ່​ປະ​ເທດ​ອື່ນໆ. ​ໄລ່​ມາ​ຮອດ​ປະຈຸ​ບັນ, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບຜິດຊອບ​ທີ່​ສຸດ. ຫວຽດນາມ ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ປະຕິບັດ​ສຳ​ເລັດ​ຂັ້ນ​ຕອນ​ການ​ເສຍ​ພາສີ, ລະບົບ​ກົນ​ໄກ​ພາສີ​ຜ່ານ​ປະຕູ​ດຽວ, ພວມ​ກະກຽມ​ບັນດາ​ແຫຼ່ງກຳລັງ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ແນ​ໃສ່​ປະຕິບັດ​ໜ້າ​ທີ່, ພັນທະ​ເມື່ອ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ“.

 


ຂ່າວ/ບົດ​ອື່ນ