ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຜົນສຳເລັດ ຂອງກອງປະຊຸມ ລັດຖະມົນຕີ APEC

ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຜົນສຳເລັດ ຂອງກອງປະຊຸມ ລັດຖະມົນຕີ APEC - ảnh 1
ທ່ານ​ລັດຖະທົນ​ຕີ​​ຫວູ໋ຮູ​ຍຮ່ວາງ

(ພາບ:baocongthuong.com.vn)

(vovworld)- ກອງ​ປະຊຸມ​ຂັ້ນລັດຖະມົນຕີການ​ຄ້າ​ຄັ້ງທີ 19 ​ເວທີປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ-​ປາຊີ​ຟິກ (APEC) ດຳ​ເນີນ​ໄປໃນ​ວັນ​ທີ 20-21/4 ຢູ່​ອິນ​ໂດ​ເນ​ເຊຍ. ທ່ານ​ລັດຖະທົນ​ຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວູ໋ຮູ​ຍຮ່ວາງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ. ດ້ວຍ​ຫົວ​ເລື່ອງ “ຄວາມ​ສາມາດ​ຟື້ນ​ຕົວ​ຂອງ​ອາຊີ-​ປາຊີ​ຟິກ: ກຳລັງ​ໜູນ​ໃຫ້ການ​ເຕີບ​ໂຕ​ເສດຖະກິດ​ໂລກ“ ນັ້ນ, ປະ​ເທ​ດ​ເຈົ້າພາບ​ອິນ​ໂດ​ເນ​ເຊຍ ສະຫງວນ 3 ບຸລິມະສິດ​ອັນ​ດັບ​ໜຶ່ງ ​ແລະ ກໍ່​ແມ່ນ 3 ຈຸດໝາຍ​ຮ່ວມ​ມື​ລະອຽດ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອ​ງຕົນ​ໃນ​ຖານະ​ແມ່ນ​ປະທານ APEC 2013 ຊື່​ງລວມມີ: ການ​ມຸ້ງ​ໄປ​ເຖິງບັນດາ “ຈຸດໝາຍ Bogor“, ຮັກສາ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ​ແລະ ຍຸດຕິ​ທຳ. ຊຸກຍູ້​ການ​​ເຊື່ອມ​ຕໍ່​ໃນ​ພາກ​ພື້ນ. ຕາມ​ນັ້ນ​ແລ້ວ, ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ສະພາະກ່ຽວ​ກັບ “ການ​ສະໜັບສະໜູນ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ“ ​ຜ່ານ​ກອງ​ປະຊຸມ​ລັດຖະມົນຕີ WTO ຄັ້ງທີ 9 ຊື່​ງຈະ​ຖືກ​ຈັດ​ຂຶ້ນ​ໃນ​ເດືອນ 12/2013 ຢູ່ອິນ​ໂດ​ເນ​ເຊຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະທົນ​ຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວູ໋ຮູ​ຍຮ່ວາງ ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ພາກ​ພື້ນ ​ແລະ ​ສາກົນ, ການສະໜັບສະໜູນຂອງ​ຫວຽດນາມ ທີ່​ມີ​ຕໍ່​ WTO ​ແລະ ຕັດສິນ​ໃຈ​ຈະ​ສຳ​ເລັດ​ຮອບ​ເຈລະຈາ​ໂດ​ຮາ ​ໂດຍ​ໄວ. ທ່ານ​ເນັ້ນໜັກ​ວ່າ: ການ​ໃຫ້​ບຸລິມະສິດ​ຂອງ​ຫວຽດນາມ ​ຕໍ່​ບັນດາ​​ເນື້ອ​ໃນ​ຮ່ວມ​ມື​ຂອງ APEC ກ່ຽວ​ກັບການ​ເຊື່ອມ​ຕໍ່​ການ​ສະໜອງ, ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ໜ້ອຍ, ​ເພີ່ມ​ທະວີ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ. ຢູ່​ນອກ​ກອງ​ປະຊຸມ, ທ່ານ​ລັດຖະທົນ​ຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວູ໋ຮູ​ຍຮ່ວາງ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງຕ່າງໆ​ກັບ​ບັນດາ​ທ່ານ​ລັດຖະມົນຕີ ​ແລະ ຫົວໜ້າ​ຄະນະຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ APEC  ຄື: ລັດ​ເຊຍ, ອາ​ເມ​ລິ​ກາ, ຈີນ, ສ​ເກົາຫຼີ, ກາ​ນາ​ດາ…​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ​ແກ້​ໄຂ​ບັນດາ​ບັນດາ​ຫາ​ເສດຖະກິດ, ການ​ຄ້າ, ອຸດສາຫະກຳ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື ກໍ່​ຄື​ຊຸກຍູ້​ລະດັບ​ຄວາມ​ໄວ​ໃນ​ການ​ເຈລະຈາ ​ແລະ ປະຕິບັດ FTA ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ຂອງ​ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​ດັ່ງກ່າວ​ໃນ​ໄລຍະ​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ