ຫວຽດນາມຜະລິດຢາວັກຊິນຕ້ານໄຂ້ຫວັດ A/H5N1

ຫວຽດນາມຜະລິດຢາວັກຊິນຕ້ານໄຂ້ຫວັດ A/H5N1 - ảnh 1
ພາບປະກອບ

(vovworld) - ບໍ​ລິ​ສັດຜະລິດ​ຢາ ວັກ​ຊິນ​ເລກ 1 ຂຶ້ນກັບ​ສະ​ຖາ​ບັນ​ອະນາ​ໄມກັນ​ພະຍາດສູນ​ກາງ ສັງກັດກະຊວງ​ສາທາລະນະ​ສຸກຫວຽດນາມໃຫ້​ຮູ້​ວ່າ​: ຢາວັກ​ຊິນ​ຕ້ານ​ໄຂ້ຫວັດ H5N1 ສຳລັບ​ຄົນ​ໂດຍ​ບໍລິສັດ​ນີ້​ຄົ້ນ​ຄ້ວາ​ຜະລິດ ພວມ​ປະຕິບັດ​ທົດ​ລອງ​ໄລ​ຍະ 3 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ອາສາ​ສະ​ໝັກ​ທີ່​ມີ​ສຸຂະພາບ​ເຂັ້ມແຂງ 1.200 ຄົນ​ຢູ່​ແຂວງ ​ແທງ​ຮ໋ວາ ​ແລະ ຮ່າ​ນາມ. ກ່ອນ​ໜ​້ານັ້ນ, ຢາ​ວັກ​ຊິນນີ້​ກໍ​ໄດ້​ຮັບ​ການປະຕິບັດ​ທົດ​ລອງ​ໄລຍະ 1 ​ແລະ 2, ດ້ວຍໝາກຜົນ​ດີ​ພໍ​ສົມຄວນ. ຢາ​ວັກ​ຊິນ​ຕ້ານໄຂ້ຫວັດ H5N1 ສຳລັບ​ຄົນ​ໄດ້​​ເລີ່​ມ​ຜັນ​ຂະຫຍາຍການ​ຄົ້ນ​ຄ້ວາ​ນັບແຕ່​ປີ 2005. ຜ່ານ​ການ​ທົດ​ລອງ​ຕົວ​ຈິງ​ທີ່​ໄດ້​ຮັບ​ຜົນ​ດີ​ແລ​້ວ​ຈະ​ແມ່ນ​ພື້ນຖານ​​​ເພື່ອອະນຸຍາດ​ໃຫ້ຜະລິດ ​ແລະ ນຳ​ໃຊ້​ທົ່ວ​ໄປ.

ຂ່າວ/ບົດ​ອື່ນ