ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຢູ່ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ອາ​ບ​ຟ​ຼິກ​ກາ​ກາງ ເຄົ​າ​ລົບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສັນ​ຕິ​ພາບ

(VOVWORLD) -ວັນທີ 19 ຕຸລາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບສະພາບການຢູ່ ສາທາລະນະລັດ ອາບຟຼິກກາກາງ ເພື່ອແນໃສ່ໜູນຊ່ວຍວິວັດການເລືອກຕັ້ງຢູ່ທີ່ນີ້ໃນທ້າຍເດືອນ ທັນວາ ປີນີ້ ແລະ ປະຕິບັດຂໍ້ຕົກລົງສັນຕິພາບທີ່ໄດ້ລົງນາມໃນເດືອນກຸມພາ 2019 ລະຫວ່າງ ລັດຖະບານປະເທດນີ້ກັບກຸ່ມປະກອບອາວຸດ 14 ກຸ່ມ. 
ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຢູ່ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ອາ​ບ​ຟ​ຼິກ​ກາ​ກາງ ເຄົ​າ​ລົບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສັນ​ຕິ​ພາບ - ảnh 1  ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ 

ມາຮອດປັດຈຸບັນ ໄດ້ມີ ຜູ້ສະຫມັກເລືອກຄັ້ງ 16 ຄົນ ພວມເຂົ້າຮ່ວມການແຂ່ງຂັນເລືອກຕັ້ງປະທານາທິບໍດີ. ການຈົດທະບຽນຜູ້ມີສິດເລືອກຄັ້ງໄດ້ປະຕິບັດສຳເລັດແລ້ວ ແລະ ຄາດວ່າ ການເລືອກຕັ້ງຈະດຳເນີນໄປຖືກກັບຈຸດເວລາທີ່ວາງອອກໃນທ້າຍເດືອນທັນວາ. ເຖິງຢ່າງໃດກໍ່ຕາມ, ສະພາບຄວາມໝັ້ນຄົງ ຢູ່ ສາທາລະນະລັດ ອາບຟຼິກກາກາງຍັງສືບຕໍ່ມີການຜັນແປທີ່ຮ້າຍແຮງກ່ວາ ດ້ວຍເລື່ອງບັນດາກຸ່ມປະກອບອາວຸດໄດ້ລະເມີດຂໍ້ຕົກລົງສັນຕິພາບຢ່າງຕໍ່ເນື່ອງ, ເຮັດໃຫ້ຂາດສະຖຽນລະພາບ ແລະ ກໍ່ຜົນສະທ້ອນຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນທ້ອງຖິ່ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນບັນດາຄວາມສົນໃຈລວມຂອງ ສປຊ ໃນການຕ້ອງຮັກສາສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ວິວັດການເລືອກຕັ້ງ ແລະ ຕ້ອງປະຕິບັດຂໍ້ຕົກລົງສັນຕິພາບຢ່າງເຂັ້ມງວດ. ທ່ານເອກອັກຄະລັດຖະທູດໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ສືບຕໍ່ໜູນຊ່ວຍ ສ.ອາບຟຼິກກາກາງ ແລະ ເນັ້ນໜັກເຖິງບົດບາດ ແລະ ການປະກອບສ່ວນສຳຄັນຂອງບັນດາອົງການໃນພາກພື້ນຄື ສະຫະບອາບຟຼິກກາ, ປະຊາຄົມເສດຖະກິດ ອາບຟຼິກກາກາງ, ກໍ່ຄືບັນດາຄູ່ຮ່ວມມືສາກົນ ຕໍ່ສັນຕິພາບ ແລະ ສະຖຽນລະພາບ ຢູ່ ສ.ອາບຟຼິກກາກາງ.

ຕອບກັບ

ຂ່າວ/ບົດ​ອື່ນ