ຫວຽດນາມເຂົ້າຮ່ວມກອງ ປະຊຸມວິທະຍາສາດ ແຫ່ງຊີວິດອາຊຽນ

ຫວຽດນາມເຂົ້າຮ່ວມກອງ ປະຊຸມວິທະຍາສາດ ແຫ່ງຊີວິດອາຊຽນ - ảnh 1

(ພາບ:.langsontv.vn)

(vovworld)-ກອງ​ປະຊຸມ​ວິທະຍາສາດ​​ແຫ່ງ​ຊີວິດ​ອາ​ຊຽນ ພວມ​ຈັດ​ຂຶ້ນ​ຢູ່​ບາງກອກ ປະ​ເທດ​ໄທ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້ຕາງໜ້າ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ປະ​ເທດ​ນອກ​ພາກ​ພື້ນ​ຈຳນວນ​ໜຶ່ງ​ຄື: ຍີ່ປຸ່ນ, ສ ​ເກົາຫຼີ, ຈີນ, ອົດ​ສະ​ຕາ​ລີ ຊື່​ງລວມມີ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ ​ແລະ ງານ​ວາງສະ​ແດງ​ຄັ້ງຕ່າງໆ ​ໄດ້ຖືກຈັດ​ຂຶ້ນ​ແຕ່​ວັນ​ທີ 17-19/7 ​ເພື່ອ​ແນ​ໃສ່​ຍົກ​ສູງ​ບົດບາດ​ຂອງ​ວິທະຍາສາດ​​ແຫ່ງ​ຊີວິດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຊີວະ​ສາດ ຮັບ​ໃຊ້​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່, ກະກຽມ​ເປັນ​ຢ່າງ​ດີ​ກ່ວາ​ອີກ ​ໃຫ້​ແກ່​ທາ​ອ່ຽງ​ເຊື່ອມ​ໂຍງ ​ແລະ ຫັນ​ເປັນ​ເສລີ​ໃນ​ອາ​ຊຽນ ​ໃນ​ປີ 2015. ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ​ມີ​ຜູ້ຕາງໜ້າ​ກົມ​ຂໍ້​ມູນ​ຂ່າວສານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ, ກະຊວງ​ວິທະຍາສາດ ​ແລະ ເຕັກ​ໂນ​ໂລ​ຊີ. ທີ່​ກອງ​ປະຊຸມ​ຄັ້ງນີ້​ ຫວຽດນາມ ​ໄດ້​ເຂົ້າຮ່ວມ​ງານ​ວາງສະ​ແດງ​ກ່ຽວ​ກັບ​ບັນດາ​ຜົນງານ​ການຄົ້ນຄ້ວາກ່ຽວ​ກັບ​ຊີວະ​ສາດ, ການ​ຢາ, ການ​ແພດ ຮັບ​ໃຊ້​ໃຫ້​ແກ່​ຊີວິດ​ການ​​ເປັນ​ຢູ່ ພ້ອມ​ທັງ​ໂຄສະນາ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ວິທະຍາສາດ​ແຫ່ງ​ຊີວິດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ລະດັບ​ສາກົນ ຊື່​ງຈະ​ຖືກ​ຈັດຕັ້ງຂຶ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ. ຮ້ານ​ວາງສະ​ແດງ​ຂອງ​ຫວຽດນາມ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈຈາກວົງ​ການ​ນັກຄົ້ນຄ້ວາ, ນັກຮຽນ​ຮູ້​ປະ​ເທດ​ຕ່າງໆ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ພິ​ເສດ​ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກໍ່​ມີ​ຄວາມ​ສົນ​ໃຈ​ຕໍ່​ບັນດາ​ຜົນງານ​ດ້ານ​ເຕັກ​ໂນ​ໂລ​ຊີ​ຊີວະ​ສາດ, ລະອຽດ​ແມ່ນ​ການຄົ້ນຄ້ວາ​ກ່ຽວ​ກັບ gen ​ເຂົ້າ ຊື່​ງຫວຽດນາມ ບັນລຸ​ໄດ້​ໃນ​ຂົງ​ເຂດ​ກະສິກຳ.

 

 

ຂ່າວ/ບົດ​ອື່ນ