ຫວຽດນາມເຂົ້າຮ່ວມກອງປະຊຸມປະຈຳປີ ADB ຄັ້ງທີ 46 ຢູ່ອິນເດຍ
(ພາບ:vietnamplus.vn)
(vovworld) - ກອງປະຊຸມປະຈຳປີຄັ້ງທີ 46 ຂອງທະນາຄານພັດທະນາອາຊີ (ADB) ໄດ້ໄຂຂຶ້ນໃນວັນທີ 4/5 ຢູ່ປະເທດອິນເດຍ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງການເງິນຫງວຽນຈິຈູງ, ຮອງຜູ້ວ່າການທະນາຄານແຫ່ງລັດດ່າວມິງຕູ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Takehiko Nakao ປະທານ ADB ຄົນໃໝ່ໃຫ້ຮູ້ວ່າ: ຍຸດທະສາດປີ 2020 ຂອງ ADB ດ້ວຍຈຸດສຸມແມ່ນພັດທະນາຮອບດ້ານ ແລະ ໝັ້ນຄົງ, ເພີ່ມທະວີການຮ່ວມມືໃນພາກພື້ນ ຍັງແມ່ນຂໍ້ກຸນແຈເພື່ອຜ່ານຜ່າບັນດາສິ່ງທ້າທາຍ. ຍຸດທະສາດປີ 2020 ຍັງເນັ້ນໜັກເຖິງຄວາມສຳຄັນຂອງການຍູ້ແຮງການພັດທະນາ ຂອງພາກເອກະຊົນ-ຊື່ງແມ່ນປັດໄຈສຳຄັນເພື່ອຮັກສາລະດັບການເຕີບໂຕດ້ານເສດຖະກິດສູງ.