ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດການບິນ ອາຊຽນ - ອີຢູ

ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດການບິນ ອາຊຽນ - ອີຢູ - ảnh 1
ທ່ານ​ລັດຖະມົນຕີ​ ດິງລາ​ທັງ ແລະ ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ເອີ​ລົບ ຮັບຜິດຊອບ​ດ້ານ​ຄົມມະນາຄົມຂົນ​ສົ່ງ Siim Kallas
(ພາບ: baomoi.com)


(vovworld) – ກອງ​ປະຊຸມ​ສຸດ​ຍອດ​ການບິນ ອາ​ຊຽນ ​ແລະ ສະຫະພາບ ​ເອີ​ລົບ (ອີ​ຢູ) ​ໄດ້​ຈັດ​ຕັ້ງ​ຢູ່ ສິງ​ກາ​ໂປ ​ໃນ​ວັນ​ທີ 11 ​ແລະ 12/2. ຄະນະ​ຜູ້​ແທນ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຫວຽດນາມ ​ໂດ​ຍທ່ານ​ລັດຖະມົນຕີ​ ດິງລາ​ທັງ ນຳ​ໜ້າ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ມີ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ວາລະ​ປະຊຸ​ມກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງການບິ​ນ. ຈຸດໝາຍ​ຂອງ​ກອງ​ປະຊຸມ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ເມືອງ, ​ເຕັກນິກ ​ແລະ ອຸດສາຫະກຳ​ໃນ​ຂົງ​ເຂດການບິ​ນ​ຂອງ ອາ​ຊຽນ ​ແລະ ອີ​ຢູ. ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ເອີ​ລົບ ຮັບຜິດຊອບ​ດ້ານ​ຄົມມະນາຄົມຂົນ​ສົ່ງ Siim Kallas ຖະ​ແຫຼ​ງວ່າ: ອາຊີ ​ແມ່ນ​ຕະຫຼາດ​ພັດທະນາ​ໄວ ​ເຊິ່ງສະຫະພາບ ​ເອີ​ລົບ ຕ້ອງ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ. ທ່ານ Siim Kallas ຢືນຢັນວ່າ ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້​ເປັນ​ຂີດ​ໝາຍ​ບາດກ້າວ​ເລີ່​ມຕົ້ນ​​ໄລຍະ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ອີ​ຢູ ​ແລະ ອາ​ຊຽນ.

​ໃນ​ 2 ວັນ​ດຳ​ເນີນ​ກອງ​ປະຊຸມ, ຜູ້​ຕາງໜ້າ​ຂອງ​ບັນດາ​ບໍລິສັ​ດການບິນ, ສະ​ໜາມ​ບິນ, ຫົວໜ່ວຍ​ສະໜອງ​ບໍລິການ​ການບິນ ​ແລະ ​ເຈົ້າ​ໜ້າ​ທີ່​ລັດຖະບານ​ບັນດາ​ປະ​ເທດ ​ແລະ ຂອງ​ຄະນະ​ກຳມະການ ​ເອີ​ລົບ ປຶກສາ​ຫາລື​ກ່ຽວ​ກັບ​ຫຼາຍ​ຫົວ​ຂໍ້​​ເຊິ່ງລວມມີ: ຕະຫຼາດ​ການບິນ​ໜຶ່ງ​ດຽວ - ບົດຮຽນ​ຂອງ ອີ​ຢູ ​ແລະ ອາ​ຊຽນ ​ໃນ​​ການໂຮມ​ຕະຫຼາ​ດ​ເປັນອັນ​ດຽວ ​ແລະ ລົບ​ລ້າງ​ຮົ້ວ​ກີດຂວາງ, ​ແງ່​ຫວັງ​ຕະຫຼາດ ​ແລະ ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່ ອາ​ຊຽນ, ອີ​ຢູ ​ແລະ ບັນດາ​ຕະຫຼາດ​ການບິນ ອາ​ຊຽນ - ອີ​ຢູ, ຄວາມ​ປອດ​ໄພ​ທາງການບິ​ນ, ການຄຸ້ມ​ຄອງ​ການ​ຂົນ​ສົ່ງ​ທາງ​ການບິ​ນ - ບັນດາ​ການ​ທ້າ​ທາຍ ​ແລະ ກາລະ​ໂອກາດ, ຄວາມ​ສາມາດ​ບົ່ມ​ຊ້ອນ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ - ອີ​ຢູ.

 



ຂ່າວ/ບົດ​ອື່ນ