ຫວຽດນາມເຂົ້າຮ່ວມກອງປະຊຸມສປຊກ່ຽວກັບດ້ານການຄ້າແລະພັດທະນາຄັ້ງທີ14

ຫວຽດນາມເຂົ້າຮ່ວມກອງປະຊຸມສປຊກ່ຽວກັບດ້ານການຄ້າແລະພັດທະນາຄັ້ງທີ14 - ảnh 1
ທ່ານ ຫວູກວາງ​ມີງ ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ
ພາບ:baomoi.com

(vovworld)-  ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ນຸ​ການກອງ​ປະ​ຊຸມ ສ​ປ​ຊ ກ່ຽວ​ກັບ​ດ້ານ​ການ​ຄ້າ ແລະ ພັດ​ທະ​ນາ ສ​ປ​ຊ (UNCTAD), ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ ຫວູກວາງ​ມີງ ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນຳ​ຫນ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ ສ​ປ​ຊ ກ່ຽວ​ກັບ​ດ້ານ​ການ​ຄ້າ ແລະ ພັດ​ທະ​ນາ​ຄັ້ງ​ທີ​ 14 ຊື່ງ​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 15-22/7 ຢູ່ Nairobi ປະ​ເທດ Kenya.ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທຳ​ອິດ​ຂອງກອ​ງ​ປະ​ຊຸມ, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຍດ​ນາມ ໄດ້​ແນະ​ນຳ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ, ເພີ່ມ​ທະ​ວີ​ການ​ເປັນ​ເຈົ້າ​ການ​ໃນ​ກາ​ນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຊຸກ​ຍູ້​ການ​ຫລຸດ​ຜ່ອນ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ຊາດ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ສະ​ດວກ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ ແລະ ຊຸກ​ຍູ້​ດ້ານ​ການ​ຄ້າ​ສາ​ກົນ. ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ພ້ອມ​ກັບ​ການ​ຫນູນ​ຊ່ວຍ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ຫລຸດ​ຜ່ອນ​ຄວາມ​ອ​ຶ​ດ​ຫິວ​ທຸກ​ຍາກ ແລະ ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ ພ້​ເມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຮັບ​ປະ​ກັນ​ຄວາມ​ຍຸ​ຕິ​ທຳ​ທາງ​ສັງ​ຄົມ. ຫວຽດ​ນາມ ຮຽກ​ຮ້ອງ​ປະ​ຊາ​ຄົມ​ສາ​ກົນ ຮັກ​ສາ​ການ​ຫນູນ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ ແລະ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫັນ​ປ່ຽນ.

ຕອບກັບ

ຂ່າວ/ບົດ​ອື່ນ