(vovworld) - ສະຖານທູດຫວຽດນາມປະຈຳອົດສະຕາລີ ພ້ອມກັບສະມາຄົມນັກສຶກສາຫວຽດນາມ ຢູ່ນະຄອນຫຼວງ Canberra ຫາກໍ່ເຂົ້າຮ່ວມງານບຸນວັດທະນະທຳນາໆຊາດຄັ້ງທີ 18 ຢູ່ອົດສະຕາລີ ແຕ່ວັນທີ 13-15/2. ນີ້ແມ່ນເທື່ອທຳອິດທີ່ສະຖານທູດຫວຽດນາມ ປະຈຳອົດສະຕາລີ ເຂົ້າຮ່ວມງານບຸນ ເພື່ອແນໃສ່ໂຄສະນາວັດທະນະທຳຫວຽດນາມ ເຖິງເພື່ອນມິດສາກົນ. ທີ່ງານບຸນ, ເຂດວາງສະແດງວັດທະນະທຳ ແລະ ແນະນຳອາຫານການກິນຂອງຫວຽດນາມ ໄດ້ດຶງດູດແຂກເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ເນື່ອງໃນໂອກາດນີ້, ພະນັກງານ, ພາລະກອນສະຖານທູດ ແລະ ບັນດານັກຮຽນ, ນັກສຶກສາຫວຽດນາມ ໄດ້ແນະນຳຈຸດທີ່ເປັນເອກະລັກສະເພາະຂອງບຸນປີໃໝ່ປະຈຳຊາດຫວຽດນາມເຖິງເພື່ອນມິດອົດສະຕາລີ ແລະ ແຂກສາກົນ.