ຫວຽດ​ນ​າມ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມກ​ານ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4

(VOVWORLD) -ວັນທີ 17 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຊັນປະກາດໃຊ້ໂຄງການກະທຳຂອງລັດຖະບານ ປະຕິບັດມະຕິຂອງກົມການເມືອງບາງແຜນນະໂຍບາຍ, ນະໂຍບາຍເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳ ຄັ້ງທີ 4.
ຫວຽດ​ນ​າມ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມກ​ານ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 - ảnh 1

ພາບປະກອບ (ພາບ: tapchitaichinh.vn)

ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ, ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ຜັນຂະຫຍາຍການປະຕິບັດບັນດາໜ້າທີ່, ປະຕິບັດສຳເລັດລະບອບລະບຽບການສ້າງຄວາມສະດວກໃກ້ແກ່ຄວາມເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳ ຄັ້ງທີ 4 ແລະ ວິວັດການຫັນໄປສູ່ລະບົບດີຈີຕອນແຫ່ງຊາດ, ກໍ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີ 4.

        ກ່ອນໜ້ານັ້ນ, ກົມການເມືອງໄດ້ຮັບຮອງເອົາມະຕິໃນວັນທີ 27 ກັນຍາ ປີ 2019 ກ່ຽວກັບຂອງແຜນນະໂຍບາຍ, ນະໂຍບາຍເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳ ຄັ້ງທີ 4 ດ້ວຍເປົ້າໝາຍກວມລວມແມ່ນ “ຍາດແຍ່ງບັນດາກາລະໂອກາດເຊິ່ງການປະຕິວັດອຸດສາຫະກຳ ຄັ້ງທີ່ 4ນຳມາໃຫ້ເປັນຢ່າງດີ ເພື່ອຊຸກຍູ້ວິວັດການປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ ແລະ ຫັນປະເທດຊາດເປັນທັນສະໄໝ, ພັດທະນາເສດຖະກິດດີຈີຕອນຢ່າງແຮງ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງໂດຍປ້ອງກັນວິທະນາສາດ - ເຕັກໂນໂລຢີ, ມີການປ່ຽນແປງໃໝ່ ປະດິດຄິດສ້າງ ແລະ ມີຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຍົກສູງຄຸນນະພາບຊີວິດການເປັນຢູ່, ສະຫວັດດີການຂອງ ປະຊາຊົນ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢ່າງໝັ້ນຄົງ, ປົກປັກຮັກສາສິ່ງແວດລ້ອມ - ຊີວະພາບ”.

ຕອບກັບ

ຂ່າວ/ບົດ​ອື່ນ