ຫວຽດນາມແນະນຳຜົນງານການຮ່ວມມືພັດທະນາກັບສະຫະພັນເຢຍລະມັນ

ຫວຽດນາມແນະນຳຜົນງານການຮ່ວມມືພັດທະນາກັບສະຫະພັນເຢຍລະມັນ - ảnh 1
ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເຢຍ​ລະ​ມັນ ຫງວຽນ​ວຽດ​ເກື່ອງ ແລະ ລັດ​ຖະ​ມົນ​ຕີລັດ​ຖະ​ສະ​ພາ​ກະ​ຊວງ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ພັດ​ທະ​ນາ ເຢຍ​ລະ​ມັນ Hans-Joachim Fuchtel
(ພາບ: Trần Mạnh Hùng/TTXVN)

(vovworld) – ໃນ​ຂອບ​ເຂດ “ວັນ​ເປີດ​ປະ​ຕູ” ບັນ​ດາ​ອົງ​ການ​ລັດ​ຖະ​ບານ ແລະ ກະ​ຊວງ, ຂະ​ແໜງ​ການຂອງ ເຢຍ​ລະ​ມັນ, ວັນ​ທີ 28/8, ສະ​ຖານ​ທ​ູ​ດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ເຢຍ​ລະ​ມັນ ພ້ອມ​ກັບ​ສະ​ຖານ​ທູດກ່​ວາ 40 ປະ​ເທດ ແລະ 50 ອົງ​ການ​ຄູ່​ຮ່ວມ​ມື​ຂອງ​ກະ​ຊວງ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ສະ​ຫ​ະ​ພັນ​ເຢຍ​ລະ​ມັນ (BMZ) ໄດ້​ເຂົ້າ​ຮ່ວມ “​ວັນ​ເປີດ​ປະ​ຕ​ູ” ​ເຊິ່ງ​ໄດ້​ດຳ​ເນີນ​ຢູ່​ສຳ​ນັກ​ງານ​ກະ​ຊວງ​ດັ່ງ​ກ່າວ​ທີ່ ແບກ​ແລງ.

        ເຂົ້າ​ຮ່ວມ “​ວັນ​ເປີດ​ປະ​ຕ​ູ”, ບັນ​ດາ​ສະ​ຖານ​ທູດ​ພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ວາງ​ສ​ະ​ແດງ​ຢູ່​ທີ່ນີ້​ບັນ​ດາ​ໂຄງ​ການ ແລະ ຂໍ້​ລິ​ເລີ່ມ​ຮ່ວມ​ມື​ພັດ​ທະ​ນາ​ກ​ໍ່​ຄື​ແນະ​ນຳ​ກ່ຽວ​ກັບ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ປະ​ເທດ​ຕົນ. ຫົວ​ຂໍ​້​ຕົ້ນ​ຕໍຂ​ອງ​ປີນີ້​ໄດ້​ສຸມ​ໃສ່​ເຂົ້າ 17 ຈຸດ​ໝາຍ​​ໃນທົ່ວ​ໂລ​ກ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ໂດຍ ສ​ປ​ຊ ຮັບ​ຮອງ​ເອົາ​ໃນ “ໂຄງ​ການດຳ​ເນີນ​ງານ 2030”. ໃນການ​ເຂົ້າ​ຮ່ວມ “​ວັນ​ເປີດ​ປະ​ຕ​ູ” 4 ຄັ້ງ​ຢ່າງ​ລຽນ​ຕິດຢູ່ BMZ, ສະ​ຖານ​ທູດ ຫວຽດ​ນາມ ປ​ະ​ຈຳ ເຢຍ​ລະ​ມັນ ໄດ້​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ບາງ​ຮູບ​ພາບ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ ຫວຽດ​ນາມ - ເຢຍ​ລະ​ມັນ ໃນ​ຊຸມ​ປີ​ຜ່ານ​ມາ ແລະ ສະ​ແດງ​ບັນ​ດາ​ບົດ​ເພງ​ພື້ນ​ເມືອງ​ເພື່ອ​ແນ​ໃສ່​ແນະ​ນຳ​ເຖິງ​ເພື່ອນ​ມິດ​ ເຢຍ​ລະ​ມັນ ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊຶ້​ອ​ຂອງ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ