ຫວຽດນາມແລະແບນຊິກເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ

ຫວຽດນາມແລະແບນຊິກເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ - ảnh 1
(ພາບປະກອບ)

(vovworld) -​ ນີ້​ແມ່ນ​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາ​ຊະ​ອາ​ນາ​ຈັກ​ແບນ​ຊີກ​ຂອງ​ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ຫງວຽນ​ທິ​ກີມ​ຕຽນ ຕາມ​ຄຳ​ເຊີນ​ຂອງ​ເຈົ້າ​ຄ​ອງ​ເຂດ Wallonia-Brussels, ທ່ານ Rudy Demotte. ທີ່​ການ​ເຮັດ​ວຽກ, ສອງ​ຝ່າຍ ໄດ້​ປຶກ​ສາ​ຫາ​ລື​ສ້າງ​ໂຄງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປະ​ກັນ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ ແລະ ບັນ​ດາ​ຮູບ​ການ​ຫລຸດ​ຜ່ອນ​ຄ່າ​ຢຸກ​ຢາ​ໃນ​ອະ​ນາ​ຄົດ ພ້ອມ​ທັງ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ, ນັບ​ທັງ​ຜູ້​ເຖົ້າ​ຜູ້​ແກ່ ແລະ ຄົນ​ພິ​ການ​ໄດ້​ຊົມ​ໃຊ້​ບັນ​ດາ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ຢ່າງ​ຍຸ​ຕິ​ທຳ. ເພື່ອ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ຂອງ​ພະ​ນັກ​ງານ​ການ​ແພດ​ຫວຽດ​ນາມ, ຫວຽດ​ນາມ ສາ​ມາດ​ສົ່ງ​ພະ​ນັກ​ງານ​ການ​ແພດ, ການ​ຢາ​ຈຳ​ນວນ​ຫ​ນຶ່ງ​ໄປ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ​ເໜືອມະ​ຫາ​ວິ​ທະ​ຍາ​ໄລ​ຢູ່​ແບນ​ຊິກ.

ໃນ​ການ​ປະ​ຕິ​ບັດ​ງານ​ຄັ້ງນີ້, ທ່ານ​ນາງ ຫງວຽນ​ທິ​ກີມ​ຕຽ​ນ ໄດ້​ເຮັດ​ວຽກ​ກັບ​ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຂຶ້ນ​ກັບ​ສະ​ຫະ​ພາບ​ເອີ​ລົບ(EU). ໃນ​ໂອ​ກາດນີ້ EU ປະ​ກາ​ດ​ຈະ​ສະ​ຫງວນ​ບ້​ວງ​ເງິນ​ຊ່ວຍ​ເຫລືອ​ລ້າ​ລວມ​ມູນ​ຄ່າ 114 ລ້ານ​ເອີ​ໂຣ ໃຫ້​ແກ່​ຂົງ​ເຂດ​ສາ​ທາ​ລະ​ນະ​ສ​ຸກ​ຫວຽດ​ນາມ ໃນ​ໄລ​ຍະ 3 ປີ, ນັບ​ແຕ່​ປີ 2014.
ຂ່າວ/ບົດ​ອື່ນ