ຫວຽດນາມໄດ້ຮັບເຂົ້າເປັນສະມາຊິກສະຫະພັນວັດທະນະທຳພື້ນເມືອງໂລກ

      ຫວຽດນາມໄດ້ຮັບເຂົ້າເປັນສະມາຊິກສະຫະພັນວັດທະນະທຳພື້ນເມືອງໂລກ - ảnh 1
ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ຝະ​ລັ່ງ ຫງວຽນ​ງອກ​ເຊີນກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກຂອງ IGF (ຜູ້​ຢູ່​ກາງ)

(vovworl)- ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ເມື່ອ​ວັນ​ທີ 31/3ຂອງ​ສະ​ພາ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ໂລກ IGF ຢູ່​ປາ​ຣີ, ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ຢູ່​ປາ​ຮີ​ໄດ້​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ທີ 56. ເຫດ​ການນີ້​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ເພື່ອ​ເປີດ​ກ້​ວາງ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ບັນ​ດາ​ຄຸນ​ຄ່າ ແລະ ສີ​ສັນ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ເພື່ອ​ນມິດສາ​ກົນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກຂອງ IGF, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ຝະ​ລັ່ງ ຫງວຽນ​ງອກ​ເຊີນ ຢືນ​ຢັນ​ວ່າ ວັດ​ທະ​ນະ​ທຳ​ຫວຽດ​ນາມ​ແມ່ນ​ການ​ສັງ​ລວມ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ 54 ຊົນ​ເຜົ່າ​ອ້າຍ​ນ້ອງ. ຫວຽດ​ນາມ​ຕີ​ລາ​ຄາ​ສູງ​ການ​ຕົ​ກ​ລົງ​ຂອງ IGF ທີ່​ໄດ້​ຮັບສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ເຂົ້າ​ເປັນ​ສະ​ມາ​ຊິກ​ທີ 56. ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ໃຫ້​ຫວຽດ​ນາມ​ແລກ​ປ່ຽນ, ຊອກ​ຮູ້ ແລະ ແນະ​ນຳ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕົນ​ກັບ​ເພື່ອ​ນ​ມິດ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ