ຫົວໜ້າຄະນະເສດຖະກິດສູນກາງ ຕ້ອນຮັບລັດຖະ ມົນຕີຊ່ວຍວ່າການກະຊວງການຄ້າອາເມລິກາ

ຫົວໜ້າຄະນະເສດຖະກິດສູນກາງ ຕ້ອນຮັບລັດຖະ ມົນຕີຊ່ວຍວ່າການກະຊວງການຄ້າອາເມລິກາ - ảnh 1
ທ່ານ​ຫົວ​ໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ​ເວື້ອງດິງ​ເຫ້ວ
ຕ້ອນຮັບ​ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ
(ພາບ: kinhtetrunguong.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 22/01, ຢູ່​ຮ່າ​ໂນ້ຍ, ທ່ານ​ຫົວ​ໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ​ເວື້ອງດິງ​ເຫ້ວ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ໂດຍ​ທ່ານ Stefan M.Selig, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ, ຮັບຜິດຊອບ​ຂົງ​ເຂດ​ການ​ຄ້າ​ສາກົນ​ເປັນ​ຫົວ​ໜ້າ​ຄະນະ, ພວມຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ເວື້ອງດິງ​ເຫ້ວ ສະ​ເໜີ​ໃຫ້​ອາ​ເມ​ລິ​ກາ ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ຫວຽດນາມ​ ສຳ​ພັດ​ກັບ​ຕະຫຼາດ​ອາ​ເມ​ລິ​ກາ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຄື ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ ​ແລະ ​ເກີບ​ໜັງ. ທ່ານ ເວື້ອງດິງ​ເຫ້ວ ກໍ່​ສະ​ເໜີ​ໃຫ້​ທ່ານ Stefan M.Selig ​ດ້ວຍ​ບົດບາດ​ຂອງ​ຕົນ​ຊຸກຍູ້​ລັດຖະບານ​ອາ​ເມ​ລິ​ກາ ຮັບຮອງ​​ຫວຽດນາມ ​ເປັນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ໂດຍ​ໄວ. ທ່ານ ເວື້ອງດິງ​ເຫ້ວ ​ແລະ ທ່ານ Stefan M.Selig ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​ຟິກ (TPP) ​ໂດຍ​ໄວ ​ແລະ ​ເຊື່ອ​ໝັ້ນ​ວ່າ, ພາຍຫຼັງ​​ໃນ​ສັນຍາ TPP ​ໄດ້​ຮັບ​ການ​ລົງ​ນາມ, ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ - ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ຈະ​ພັດທະນາ​ກວ່າ​ອີກ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ