ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍ໊ວັນເຖື໋ອງ ໄປຢ້ຽມຢາມ ມາຣົກ

(VOVWORLD) -ທ່ານ ຫວໍ໊ວັນເຖື໋ອງ ກໍາມະການກົມການເມືອງ, ເລຂາສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ນໍາໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະແລກປ່ຽນກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈໍານະຄອນຫຼວງ Rabat.
ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍ໊ວັນເຖື໋ອງ ໄປຢ້ຽມຢາມ ມາຣົກ - ảnh 1ທ່ານ ຫວໍ໊ວັນເຖື໋ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ມອບຂອງຂວັນໃຫ້ແກ່ສະຖານທູດ ຫວຽດນາມ ປະຈໍານະຄອນຫຼວງ Rabat (TTXVN)

ຕອນບ່າຍວັນທີ 13 ມິຖຸນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ມາຣົກ ໃນລະຫວ່າງວັນທີ 13 – 17 ມິຖຸນາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຫວໍ໊ວັນເຖື໋ອງ ກໍາມະການກົມການເມືອງ, ເລຂາສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ນໍາໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະແລກປ່ຽນກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈໍານະຄອນຫຼວງ Rabat. ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍ໊ວັນເຖື໋ອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ຮັບຟັງທ່ານ  ເຈິ່ນກວັ໊ກຖຸ໋ຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ມາຣົກ ລາຍງານກ່ຽວກັບສະພາບການເຄື່ອນໄຫວຂອງສະຖານທູດ ກໍຄືບັນດາຈຸດພົ້ນເດັ່ນໃນການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດໃນໄລຍະຜ່ານມາ.

        ກ່າວຄໍາເຫັນທີ່ການພົບປະ, ທ່ານ ຫວໍ໊ວັນເຖື໋ອງ ຊົມເຊີຍບັນດາຜົນງານທາງການທູດອັນດີງາມ ເຊິ່ງ ສະຖານທູດບັນລຸໄດ້ໃນໄລຍະຜ່ານມາ, ພິເສດແມ່ນໃນວຽກງານສ້າງສາຍສໍາພັນໃນປະຊາຄົມຊາວຫວຽດນາມ ແລະ ໂຄສະນາວັດທະນທໍາ ຫວຽດນາມ ຢູ່ປະເທດປະຈໍາຖິ່ນ. ເນື່ອງໃນໂອກາດນີ້, ທ່ານ ຫວໍ໊ວັນເຖື໋ອງ ກໍແຈ້ງໃຫ້ຊາບສະພາບການໂດຍສັງລວມກ່ຽວກັບເສດຖະກິດ, ການເມືອງ - ສັງຄົມ ຢູ່ຫວຽດນາມໃນໄລຍະຜ່ານມາ.


ຕອບກັບ

ຂ່າວ/ບົດ​ອື່ນ