ຫາງສຽງສາກົນຕີລາຄາສູງແງ່ຫວັງດ້ານເສດຖະກິດຂອງຫວຽດນາມ

ຫາງສຽງສາກົນຕີລາຄາສູງແງ່ຫວັງດ້ານເສດຖະກິດຂອງຫວຽດນາມ - ảnh 1
ພາບປະກອບ

(vovworld) – ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ສືບ​ຕໍ່​ແມ່ນຫົວ​ຂໍ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກບັນດາ​ໜັງສືພິມ​ສາກົນ​ ​ແລະ ໜຶ່ງ​ໃນ​ບັນດາ​ບັນຫາ​ດຶງ​ດູດ​ຄວາມ​ສົນ​ໃຈທີ່​ສຸດ​ແມ່ນ​ບັນດາ​ນະ​ໂຍບາຍ​ເສດຖະກິດ ​ແລະ ​ແງ່​ຫວັງ​ພັດທະນາ​ຂອງ ຫວຽດນາມ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ​ເບິ່ງ​ລວມ​ແລ້ວ, ບັນດາ​ນັກ​ຊ່ຽວຊານ​ສາກົນ​ຕີ​ລາຄາຕັ້ງໜ້າ​ກ່ຽວ​ກັບ​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ, ​ເປີດ​ປະຕູ​ຂອງ ຫວຽດນາມ ​ແລະ ຖື​ວ່າ ຫວຽດນາມ ຕ້ອງ​ຍາດ​ແຍ່ງກາລະ​ໂອກາດ​ປະຈຸ​ບັນ​ເພື່ອ​ກາຍ​ເປັນ​ສູນ​ສົ່ງ​ອອກ​ແຖວ​ໜ້າ​ຂອງ ອາຊີ. ນັກ​ຊ່ຽວຊານກ່ຽວ​ກັບ ຫວຽດນາມ ຂຶ້ນ​ກັບ​ກຸ່ມ​ທີ່ປຶກສາ ອາຊີ - ​ເອີ​ລົບ ມີ​ສຳນັກງານ​ຕັ້ງ​ຢູ່ ນິວຢອກ ( ປະ​ເທດ ອາ​ເມ​ລິ​ກາ), ທ່ານ Christian Lewis, ​ໃຫ້​ຂໍ້​ສັງ​ເກດ​ວ່າ: ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12, ຫວຽດນາມ ຈະ​ສືບ​ຕໍ່​ເດີນ​ຕາມ​ບັນດາ​ການ​ປະຕິ​ຮູບ​ເສດຖະກິດ ​ແລະ ນະ​ໂຍບາຍ​ການ​ຄ້າ​ປະຈຸ​ບັນ. ​ໃນ​ຂະນະ​ນັ້ນ, ນັກ​ຊ່ຽວຊານ Carl Thayer, ຂຶ້ນ​ກັບ​ສະ​ຖາ​ບັນ​ປ້ອງ​ກັນຊາ​ດ ອົດ​ສະ​ຕາ​ລີ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12, ນະ​ໂຍບາຍ​ການ​ຕ່າງປະ​ເທດ ຂອງ ຫວຽດນາມ ສືບ​ຕໍ່​ຕິດ​ພັນ​ກັບ 3 ບັນຫາ​ແມ່ນ: ການ​ເຕີບ​ໂຕ​ເສດຖະກິດ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ດ້ານປ້ອງ​ກັນຊາ​ດ.

        ໜັງສືພິມ ຂອງ ຝຣັ່ງ, ຍີ່​ປຸ່ນ… ກໍ​ມີ​ບົດ​ຂຽນ​ຮັບ​ຮູ້​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່ ຫວຽດນາມ.

 


ຂ່າວ/ບົດ​ອື່ນ