ຫຼາຍ​ປະ​ເທດ​ ທະ​ວີບອາ​ເມ​ລິ​ກາ ຍົກ​ອອກ​ສັນ​ຍານ​ຕັ້ງ​ໜ້າ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ເຂດ​ກ່ຽວ​ກັບ​ການ​ອົບ​ພະ​ຍົບ

(VOVWORLD) -ກ່າວຄຳເຫັນທີ່ເຫດການ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Anthony Blinken ໄດ້ຢັ້ງຢືນວ່າກອງປະຊຸມໄດ້ເປີດເສັ້ນທາງ ໃຫ້ແກ່ການວາງແຜນກຳນົດນະໂຍບາຍກໍ່ຄືການກະທຳລະອຽດ ເພື່ອແກ້ໄຂບັນຫາອົບພະຍົບ ແລະ ສາຍເຫດຂອງປະກົດການນີ້.
ຫຼາຍ​ປະ​ເທດ​ ທະ​ວີບອາ​ເມ​ລິ​ກາ ຍົກ​ອອກ​ສັນ​ຍານ​ຕັ້ງ​ໜ້າ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ເຂດ​ກ່ຽວ​ກັບ​ການ​ອົບ​ພະ​ຍົບ - ảnh 1ການຖະແຫຼງຂ່າວ ພາຍຫຼັງກອງປະຊຸມຂັ້ນລັດຖະມົນຕີ (ພາບ: AFP/TTXVN)

ກອງປະຊຸມຂັ້ນລັດຖະມົນຕີ 20 ປະເທດທະວີບອາເມລິກາ ກ່ຽວກັບການອົບພະຍົບ ຫາກໍ່ໄດ້ອັດລົງຢູ່ ປານາມາ, ດ້ວຍໜຶ່ງໃນບັນດາໝາກຜົນລະອຽດແມ່ນ ບັນດາປະເທດເຫັນດີເປັນເອກະພາບສ້າງຕັ້ງກຸ່ມເຮັດວຽກລວມ ເພື່ອຮັບມືກັບສະພາບການອົບພະຍົບແບບຜິດກົດໝາຍ ທີ່ນັບມື້ນັບເພີ່ມຂຶ້ນຢູ່ລະດັບທະວີບ, ດ້ວຍຈຸດສຸມແມ່ນສ້າງຊີວິດການເປັນຢູ່ຂອງ ປະຊາຄົມຕ້ອນຮັບຊາວອົບພະຍົບ ເປັນປົກກະຕິ ແລະ ແກ້ໄຂສາຍເຫດຕົ້ນຕໍຂອງປະກົດການນີ້.

ກ່າວຄຳເຫັນທີ່ເຫດການ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Anthony Blinken ໄດ້ຢັ້ງຢືນວ່າກອງປະຊຸມໄດ້ເປີດເສັ້ນທາງ ໃຫ້ແກ່ການວາງແຜນກຳນົດນະໂຍບາຍກໍ່ຄືການກະທຳລະອຽດ ເພື່ອແກ້ໄຂບັນຫາອົບພະຍົບ ແລະ ສາຍເຫດຂອງປະກົດການນີ້. ທ່ານ Blinken ກໍ່ຮຽກຮ້ອງໃຫ້ບັນດາປະເທດສົມທົບກັນຕະຫຼອດ, ລວມມີບັນດາທະນາຄານ, ເພື່ອນຳເອົາກາລະໂອກາດ ມາໃຫ້ປະຊາຊົນຫຼາຍກ່ວາອີກ”.

ພິເສດ, ໃນຂອບເຂດກອງປະຊຸມ, ລັດຖະບານ ອາເມລິກາ ແລະ ປານາມາ ໄດ້ລົງນາມຂໍ້ຕົກລົງຮ່ວມມືເພື່ອແນໃສ່ເພີ່ມທະວີການຄຸ້ມຄອງສະພາບການອົບພະຍົບຜິດກົດໝາຍ, ເປີດກວ້າງຄວາມມານະພະຍາຍາມສ້າງຊີວິດການເປັນຢູ່ຂອງຊາວອົບພະຍົບ ກໍ່ຄືປະຊາຄົມ ຮັບ ໃຫ້ເປັນປົກກະຕິ, ເພີ່ມທະວີການປົກປ້ອງຊາວອົບພະຍົບ ແລະ ຄວາມສາມາດໃນການສຳຜັດກັບການຄັດເລືອກປ່ຽນແທນທີ່ຖືກກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ