ອັງກິດຈະມີນາຍົກລັດຖະມົນຕີຄົນໃໝ່ກ່ອນວັນທີ 20 ກໍລະກົດ

(VOVWORLD) -ວັນທີ 24 ພຶດສະພາ, ທ່ານ Brandon Lewis, ຫົວໜ້າຂອງພັກຮັກສາເດີມກຳອຳນາດຢູ່ອັງກິດ, ໄດ້ແຈ້ງໃຫ້ຊາບວ່າ

ປະເທດນີ້ຈະແຕ່ງຕັ້ງຜູ້ສືບທອດທ່ານນາງ Theresa May ຮັກສາຕຳແໜ່ງການນຳພັກນີ້ ແລະ ນາຍົກລັດຖະມົນຕີອັງກິດ ກ່ອນທີ່ສະພາແຫ່ງຊາດກ້າວເຂົ້າສູ່ໄລຍະພັກແລ້ງ - ເຊິ່ງໄດ້ກຳນົດໃນວັນທີ 20 ກໍລະກົດ ຈະມາເຖິງ.

        ວຽກງານສະເໜີລະຫວ່າງບັນດາສະມາຊິກລັດຖະສະພາຈະສິ້ນສຸດລົງໃນອາທິດ ເລີ່ມແຕ່ວັນທີ 10 ມິຖຸນາ, ຈາກນັ້ນ, ສະມາຊິກຂອງພັກ ມີເວລາເພື່ອເລືອກເອົາໜຶ່ງໃນຈຳນວນຜູ້ອອກສະໝັກເລືອກຕັ້ງແຖວໜ້າ 2 ທ່ານເພື່ອປ່ຽນແທນທ່ານນາງ Theresa May ກ່ອນທີ່ສະພາແຫ່ງຊາດກ້າວເຂົ້າສູ່ໄລຍະພັກແລ້ງ.

        ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານນາງ Theresa May ແຈ້ງໃຫ້ຊາບວ່າ, ທ່ານຈະລາອອກຈາກຕຳແໜ່ງການນຳພັກຮັກສາເດີມກຳອຳນາດໃນວັນທີ 07 ມິຖຸນາ ຈະມາເຖິງ, ພາຍຫຼັງທີບໍ່ສາມາດເກ້ຍກ່ອມບັນດາສະມາຊິກລັດຖະສະພາສະໜັບສະໜູນຂໍ້ຕົກລົງອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ເຊິ່ງທ່ານນາງບັນລຸໄດ້ກັບ EU ໃນທ້າຍປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ