ອັດກອງປະຊຸມຂັ້ນສູງ APEC ຄັ້ງທີ 21

ອັດກອງປະຊຸມຂັ້ນສູງ APEC ຄັ້ງທີ 21 - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ນ​ມິນ
(ພາບປະກອບ)

​(vovworld) – ວາລະອັດ​ກອງ​ປະຊຸມ​ຂັ້ນ​ສູງ APEC ຄັ້ງ​ທີ 21 ​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 8/10, ຢູ່​ອິນ​ໂດ​ເນ​ເຊຍ, ດ້ວຍ​ເລື່ອງ​ການ​ນຳ 21 ພື້ນຖານ​ເສດຖະກິດ​ສະມາຊິກ ​ໄດ້​ຮັບຮອງ​ເອົາ 2 ຖະ​ແຫຼ​ງການ “ອາຊີ - ປາຊີ​ຝິກ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ​ເປັນ​ກຳລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ໃນ​ທົ່ວ​ໂລກ“ ​ແລະ “ສະໜັບສະໜູນ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ຄັ້ງ​ທີ 9 ຂອງ​ອົງການ​ການ​ຄ້າ​ໂລກ“. ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ກໍ່​ເນັ້ນ​ໜັກ​ວ່າ, ບັນດາ​ສະມາຊິກ​ຂອງ APEC ​ໄດ້​ສະໜັບສະໜູນ​ຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຂັ້ນ​ສູງ APEC ຄັ້ງ​ທີ 25 ​ໃນ​ປີ 2017. ​ເລື່ອງ APEC ສະໜັບສະໜູນ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ຄັ້ງ​ທີ 9 ຂອງ​ອົງການ​ການ​ຄ້າ​ໂລກ ​ແມ່ນ​ສານ​ຢ່າງ​ແຮງ​ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ​ຮ່ວມ​ຂອງ ສະໜັບສະໜູນ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ຄັ້ງ​ທີ 9 ຂອງ​ອົງການ​ການ​ຄ້າ​ໂລກ, ​ເພື່ອ​ປະກອບສ່ວນ​ຟື້ນ​ຟູ​ເສດຖະກິດ​ທົ່ວ​ໂລກ. ພ້ອມ​ກັນ​ນັ້ນ, ຖະ​ແຫຼ​ງການອາຊີ - ປາຊີ​ຝິກ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ​ເປັນ​ກຳລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ໃນ​ທົ່ວ​ໂລກ ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ບັນດາ​ການ​ນຳ​ໃນ​ການ​ຮັບຮອງ​ເອົາ​ທິດ​ທາງ​ໃໝ່ ​ເພື່ອ​ມຸ່ງ​ໄປ​ເຖິງ​ອາຊີ - ປາຊີ​ຝິກສ້າງ​ຄວາ​ມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ສະໜິດ​ຕິດ​ພັນ, ພັດທະນາ​ຢ່າງ​ສະໝຳ່ສະ​ເໝີ, ຍຸຕິ​ທຳ ​ແລະ ໝັ້ນຄົງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ນ​ມິນ ຢືນຢັນ​ວ່າ:

“​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຢ່າງ​ໝັ້ນຄົງ ຕິດ​ພັນ​ກັບ​ຄວາມ​ຍຸຕິ​ທຳ ກາຍ​ເປັນ​ເນື້ອ​ໃນ​ບຸລິ​ມາ​ສິດ​ຂອງ​ກອງ​ປະຊຸມ​ປີ​ນີ້. ​ເປັນ​ເທື່ອ​ທຳ​ອິດ​ທີ່​ການ​ນຳ ອາຊີ - ປາຊີ​ຝິກ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ​ເປັນ​ກຳລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ໃນ​ທົ່ວ​ໂລກ ຮັບຮອງ​ເອົາ​ແຜນ​ຮ່ວມ​ມື​ຄຳ້ປະກັນ​ດ້ານ​ທັນ​ຍາ​ຫານຂອງ APEC ​ເຖິງ​ປີ 2020, ຂໍ້​ລິ​ເລີ່​ມ APEC ກ່ຽວ​ກັບ​ການ​ຮ່ວມ​ມື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ມະຫາ​ສະໝຸດ, ​ແລະ ຍູ້​ແຮງ​ການ​ຮ່ວມ​ມື​ຮັບ​ມື​ກັບ​ການ​ທ້າ​ທາຍ​ດ້ານ​ທັນ​ຍາ​ຫານ - ນຳ້ - ພະລັງງານ. ​ເນື້ອ​ໃນ​ຂອງ​ການ​ຮ່ວມ​ມື​ນີ້​ມີ​ຄວາມ​ໝາຍ​ແທດ​ຈິງ ສຳລັບ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ພື້ນຖານ​​ເສດຖະກິດ​ສະມາຊິກ​ໃນ​ການ​ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ ​ແລະ ຮັບ​ມື​ກັບ​ການ​ທ້າ​ທາຍ​ໃນ​ທົ່ວ​ໂລກ“

 

 

 

 

 

 

ຂ່າວ/ບົດ​ອື່ນ