ອັດກອງປະຊຸມສຸດຍອດASEM11ຢູ່ໂມງກົນ

 ອັດກອງປະຊຸມສຸດຍອດASEM11ຢູ່ໂມງກົນ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ວາ​ລະ​ອັດ​ກອງ​ປະ​ຊຸມ ASEM 11
ພາບ:internet

(vovworld)- ​​ຕອນ​ບ່າຍ​ວັນ​ທີ 16/7, ກອງ​ປະ​ຊຸມ​ສຸດຍອດ ASEM 11 ໄດ້​ອັດ​ລົງ​ຢ່າງ​ຈົບ​ງາມ. ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫລງ​ການ​ປະ​ທານ ແລະ ຖະ​ແຫລງ​ການ Ulan Bator ດ້ວຍ​ຄຳ​ຕັດ​ສິນ​ສຳ​ຄັນ​ຫລາຍ​ຢ່າງ, ສົ່ງ​ສານ​ຢ່າງ​ແຮງ​ຂອງ​ບັນ​ດາ​ການ​ນຳ ASEM ກ່ຽວ​ກັບ​ຄວາ​ມ​ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ອາ​ຊີ - ເອີ​ລົບ ເພື່ອ​ອະ​ນາ​ຄົດ​ຜ່ານ​ການ​ເຊື່ອມ​ຈອດ, ພ້ອມ​ທັງ​ກຳ​ນົດ​ທິດ​ໃຫ້​ແກ່​ການ​ຮ່ວມ​ມື​ຂອງ​ເວ​ທີ​ປ​າ​ໄສ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບັນ​ດາ​ການ​ນຳ​ກໍ​ຮັບ​ຮອງ​ເອົາ 20 ຂໍ້​ລິ​ເລີ່ມ​ໃຫມ່ ໂດຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ເຫນີ ແລະ ສ້າງ​ຕັ້ງ​ກຸ່ມ​ຮ່ວມ​ມື​ວິ​ຊາ​ສະ​ເພາະ​ທີ 20 ເພື່ອ​ຫັນ​ບັນ​ດາ​ການ​ກຳ​ນົດ​ທິດ​ຮ່ວມ​ມື​ໄລ​ຍະ 2016-2018 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ໃນ​ນັ້ນ ຫວຽດ​ນາມ ສະ​ເຫນີ​ຂໍ້​ລິ​ເລີ່ມ “ກອງ​ປະ​ຊຸມ ASEM11 ກ່ຽວ​ກັບ​ການ​ສຶກ​ສາ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

ທີ່​ພິ​ທີ​ອັດ​ກອງ​ປະ​ຊຸມ, ບັນ​ດາ​ສະ​ມາ​ຊິກ ຊົມ​ເຊີຍEU ເປັນ​ເຈົ້າ​ພາບກອງ​ປະ​ຊຸມ​ສຸດຍອດ ASEM ຄັ້ງ​ທີ 12 ໃນ​ປີ 2018 ແລະ ມຽນ​ມາ ຈັດ​ຕັ້ງ​ກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 13 ໃນ​ປີ 2017 ພ້ອມ​ທັງ​ຢືນ​ຢັນ ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ສົມ​ທົບ​ກັນ​ເພື່ອ​ຮັບ​ປະ​ກັນ​ໃຫ້​ບັນ​ດາ​ກອງ​ປະ​ຊຸມ​ດຳ​ເນີນ​ໄປ​ຢ່າງ​ສຳ​ເລັດ​ຜົນ.

ກ່ອນ​ຫນ້ານັ້ນ, ໃນ​ຕອນ​ເຊົ້າ​ວັນ​ທີ 16/7, ບັນ​ດາ​ການ​ນຳ ASEM ໄດ້​ດຳ​ເນີນ​ວາ​ລະ​ປະ​ຊຸມ ກ່ຽວ​ກັບ “ການ​ເພີ່ມ​ທະ​ວີ​ສາມ​ເສົາ​ຄ້ຳ​ຮ່ວມ​ມື ASEM, ສຸ​ມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ, ພິ​ເສດ ແມ່ນ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ລັດ​ທິກໍ່​ການ​ຮ້າຍ, ຊາວ​ອົບ​ພະ​ຍົບ, ບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ ແລະ ອາ​ວຸດ​ລ້າງ​ຜານ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ.. ກອງ​ປະ​ຊຸມ​ອອກ​ຖະ​ແຫລງ​ການ​ກ່າວ​ປະ​ນາມ​ຢ່າງ​ແຮງ​ບັນ​ດາ​ເຫດກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ທັງ ອາ​ຊີ ແລະ ເອີ​ລົບ, ສະ​ແດງ​ຄວາມ​ສາ​ມັກ​ຄີ ແລະ ສົ່ງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຝ​ລັ່ງ ທີ່​ຖືກ​ເສຍ​ຫາຍ​ຢ່າງ​ຫນັກ​ຫນ່ວງ​ຍ້ອນ​ເຫດກໍ່​ການ​ຮ້າຍ​ເມື່ອ​ວັນ​ທີ 14/7. ກ່າວ​ຄ​ຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ​ບັນ​ດາ​ສະ​ມາ​ຊິກ ASEM  ສືບ​ຕໍ່​ປະ​ຕິ​​ບັດ​ຄຳ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ, ນຳ​ຫນ້າ​ຊຸກ​ຍູ້​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ຮ່ວມ​ມື​ພາກ​ພື້ນ, ລະ​ຫວ່າງ​ພາກ​ພື້ນ ແລະ ທົ່ວ​ໂລກ ພ້ອມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ທູດ​ປ້ອງ​ກັນ​ເຫດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ: ຫວຽດ​ນາມໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ແລະ ປະ​ຊາ​ຄົມ​ໂລກ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ກອບ​ສ່ວນ​ແທດ​ຈິງ ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ, ຊຸກ​ຍູ້​ການ​ເຈ​ລະ​ຈາ​ເພື່ອ​ຮັກ​ສາ​​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ຂອ​ງ​ພາກ​ພື້ນ ແລະ ທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ