ອັດກອງປະຊຸມສຳມະນາ “ ຮັກສາຄວາມໃສແຈ້ງຂອງພາສາຫວຽດ ທາງພາຫະນະສື່ມວນຊົນ”


ອັດກອງປະຊຸມສຳມະນາ “ ຮັກສາຄວາມໃສແຈ້ງຂອງພາສາຫວຽດ  ທາງພາຫະນະສື່ມວນຊົນ” - ảnh 1
ທ່ານ ຫງວຽນ​ເທ້​ກີ ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

(vovworld)- ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊາດ “ ຮັກ​ສາ​ຄວາມ​ໃສ​ແຈ້ງ​ຂອງ​ພາ​ສາ​ຫວຽດ ” ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມສົມ​ທົບ​ກັບ​ສະ​ມາ​ຄົມ​ພາ​ສາ​ສາດ​ຫວຽດ​ນາມ, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ​​ຈັດ​ຕັ້ງ​ນັ້ນ ໄດ້​ອັດ​ລົງໃນ​ຕອນ​ບ່າຍ​ວັນ​ທີ 5/11ຢູ່​ຮ່າ​ໂນ້ຍ. ກອງ​ປະ​ຊຸມ​ສຳ​ມະ​ນາໄດ້​ຮັບ​ບົດ​ປະ​ກອບ​ຄຳ​ເຫັນ, ບົດ​ລາຍ​ງານ 245 ບົດ​ຈາກ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ນັກ​ຄຸ້ມ​ຄອງ, ນັກ​ຂ່າວ. ຕີ​ລາ​ຄາ​ກ່ຽວດ​ກັບ​ໝາກ​ຜົນ​ຂອງ ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ເທ້​ກີ ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ : 

     “ ຜ່ານ ກອງ​ປະ​ຊຸມ​ສຳ​ມະນາຄັ້ງ​ນີ້, ພວກ​ເຮົາ​ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ຈຳ​ເປັນ​ຕ້ອງ​ ຮັກ​ສາ​ຄວາມ​ໃສ​ແຈ້ງ​ຂອງ​ພາ​ສາ​ຫວຽດເວົ້​າລວມ, ບັນ​ດາ ພາ​ຫະ​ນະ​ສື່ມວນ​ຊົນ​ຕ້ອງ​ເປັນ​ແບບ​ຢ່າງ ແລະ ຕ້ອງ​ເຜີຍ​ແຜ່​ໄປ​ຍັງ​ທົ່ວ​ສັງ​ຄົມ. ຈາກ​ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ນັກ​ຂ່າວ ແລະ ບັນ​ດາ​ຜູ້​ຮັກ​ຫອມ​ພາ​ສາ​ຫວຽດ, ສະ​ເໜີ​ພັກ, ລັດ ແລະ ສະ​ພາ​ແຫ່ງ​ຊາດ​ຄວນ​ສ້າງ​ແນວ​ທາງ​ນະ​ໂຍ​ບາຍ​ກົດ​ໝາຍ​ກ່ຽວ​ກັບ​ພາ​ສາ​ສາດ​ເວົ້​າລວມ, ໃນ​ນັ້ນ​ມີ​ພາ​ສາ​ຫວຽດ ແລະ ມີ​ຄວາມ​ຕ້ອງ​ການ​ອັນ​ໜຶ່ງ​ທີ່​ພວກ​ເຮົາ​ໄດ້​ວາງ​ອອກ ນັ້ນ​ແມ່ນ​ຕ້ອງມີ​ປະ​ມວນ​ກົດ​ໝາຍ​ກ່ຽວ​ກັບ​ພາ​ສາ​ສາດ, ໃນ​ນັ້ນ, ​ພາ​ສາ​ຫວຽດມີ​ຖາ​ນະ​ເປັນ​ພາ​ສາ​ກາງ”
ຂ່າວ/ບົດ​ອື່ນ