ອັດງງານມະຫາກຳກິລາ Hoi khoe Phu Dong ທົ່ວປະເທດຄັ້ງທີ 8 ປີ 2012

ອັດງງານມະຫາກຳກິລາ Hoi khoe Phu Dong ທົ່ວປະເທດຄັ້ງທີ 8 ປີ 2012 - ảnh 1

(ພາບປະກອບ)

( vovworld ) – ​ພາຍ​ລັງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ມາ​ເປັນເວລາ 20 ວັນ, ຕອນຄ່ຳວັນ​ທີ 12/8, ຢູ່​ນະຄອນ​ເກີນ​ເທີ, ​ໄດ້​ຈັດ​ພິທີອັດ​ງງານ​ມະຫາ​ກຳ​ກິລາ Hoi khoe Phu Dong ທົ່ວປະ​ເທດ​ຄັ້ງທີ 8 ປີ 2012. ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ຄັ້ງນີ້ມີ​ນັກ​ກິລາ​ເກືອບ 6600 ຄົນ​ຂອງ 63 ​ຄະນະ​ໃນ​ທົ່ວ​ປະ​ເທດ ຊື່​ງ​ໄດ້​ທຳ​ການ​ແຂ່ງຂັນ ໃນກິລາ 19 ປະ​ເພດ ດ້ວຍ322 ​ລາຍການ​​​. ຄະນະ​ນັກ​ກິລາ​ນັກຮຽນ​ນະຄອນ​ໂຈີ​ຈິ​ມິນ​ ໄດ້​ນຳ​ໜ້າ​ທົ່ວ​ຄະນະ, ຖັດມາ​ແມ່ນ​ຄະນະ​ນັກ​ກິລາ​ນັກຮຽນ​ຮ່າ​ໂນ້ຍ ​ແລະ ​ເກີນ​​ເທີ. ​ເຂົ້າຮ່ວມ​ວັນ​ບູນກິລາ​ນັກຮຽນ​ດ້ວຍ​ຂອບ​ຂະໜາດໃຫ່ຍກ່ວາໝູ່​ໃນ​ທົ່ວ​ປະ​ເທດ​ນີ້, ນັກ​ກິລາ​ແຕ່ລະຄົນ​ລ້ວນ​ແຕ່ມີ​ຄວາມສຸດ​ອົກ​ສຸດ​ໃຈ​ໃນ​ການ​​ຝຶກ​ຝົນ​ຫຼໍ່​ຫຼອມ, ​ແຂ່ງຂັນ, ຍົກ​ສູງ​ຄວາມ​ມຸ້ງ​ຫວັງ “​ແຂງ​ແຮ​ງ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ“ . ທ່ານດຣ Le Manh Hung ຮອງ​ຫົວໜ້າ​ກົມ​ວຽກ​ງານ​ນັກຮຽນ​ນັກ​ສຶກສາ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽ​ດນາມ ຖື​ວ່າ:

   “ຄວນ​ເພີ່ມ​ທະວີ​ຖັນ​ແຖວ​ເຮັດ​ວຽກ​ງານ​ການ​ສຶກສາ​ດ້ານ​ສະ​ຂະ​ພາບຮ່າງກາຍ​ໃນ​ໂຮງຮຽນ​ກວ່າ​ອີກ. ສະ​ເໜີ​ໃຫ້​ບັນດາ​ທ້ອງ​ຖິ່ນ, ຮາກ​ຖານ​ການ​ສຶກສາ​ຈົ່ງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ລົງທຶນ​ກໍ່ສ້າງ​ພື້ນຖານ​ດ້ານ​ວັດຖຸ​ອະ​ປຸກ​ອນ​ໃຫ້​ແກ່​ນັກຮຽນ ​ເພື່ອ​​ໃຫ້​ພວກ​ນ້ອງມີ​ເງື່ອນ​ໄຂ​ຮັບ​ປະກັນ​ການ​ຝືກ​ແອບ“.

 

ຂ່າວ/ບົດ​ອື່ນ