(VOVWORLD) -ອັດຕາການສະໜັບສະໜູນທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ຫຼຸດລົງຕ່ຳກວ່າ 50%, ເຊິ່ງແມ່ນລະດັບຕ່ຳສຸດນັບແຕ່ເດືອນ ຕຸລາ 2017 ໃນສະພາບການທີ່ລັດຖະບານຝລັ່ງ ພວມກະຕຸກຊຸກຍູ້ແຜນການປະຕິຮູບກົງຈັກບໍລິຫານທີ່ເຄີຍ “ໃຊ້ຈ່າຍ” ງົບປະມານເປັນຈຳນວນຫຼາຍຂອງປະເທດນີ້.
ທ່ານປະທານາທິບໍດີຝລັ່ງ Emmanuel Macron
(ພາບ: AFP/TTXVN)
|
ລະອຽດແມ່ນ, ຕາມໝາກຜົນການສຳຫຼວດຂອງໜັງສືພິມ Le Journal du Dimanche ປະກາດໃນວັນທີ 18 ກຸມພາ, ໄດ້ຊີ້ໃຫ້ເຫັນວ່າ, ມີພຽງ 44% ຈຳນວນພົນລະເມືອງ ຝລັ່ງ ຖືກຖາມ ຕ່າງກໍ່ມີຄວາມເພຶງພໍໃຈກັບວິທີບໍລິຫານຂອງປະທານາທິບໍດີ Macron.
ອັດຕາການສະໜັບສະໜູນທ່ານ Macron ຖືກຫຼຸດລົງ ເມື່ອຕົ້ນເດືອນກຸມພາ, ລັດຖະບານຝລັ່ງ ປະກາດບັນດາແຜນການຫັນບັນດາສຳນັກງານໃນຂົງເຂດພາກລັດເປັນທັນສະໄໝ ເພື່ອຫຼຸດຜ່ອນລາຍຈ່າຍງົບປະມານ.