ອິນເດຍ, ອີຢູ ມານະພະຍາຍາມເຊື່ອມຕໍ່ບັນດາການເຈລະຈາກ່ຽວກັບ FTA

ອິນເດຍ, ອີຢູ ມານະພະຍາຍາມເຊື່ອມຕໍ່ບັນດາການເຈລະຈາກ່ຽວກັບ FTA - ảnh 1
(ພາບ​ປະ​ກອບ)
(vovworld) - ​ຫວ່າງ​ແລ້ວນີ້, ທ່ານ​ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ອິ​ນ​ເດຍ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ກ່ຽວ​ກັບ​ດ້ານ​ການ​ຄ້າ, ທ່ານ​ນາງ Cecilia Malmstroem ຢູ່​ປາ​ຣີ, ປະ​ເທດ​ຝ​ລັ່ງ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ກ​ໍ​ຄື​ຄວາມ​ສາ​ມາດ​ເຊື່ອ​ມ​ຕໍ່​ບັນ​ດາ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລ​ີ (FTA) ລະ​ຫວ່າງ 2 ຝ່າຍ, ພາຍ​ຫຼັງ​ໄລ​ຍະ​ຍາວ​ທີ່​ຖືກຢຸດ​ສະ​ງັກ. ທີ່​ການ​ພົບ​ປະ, ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ 2 ຝ​່າຍ, ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອ​ງ​ເຖິງຂໍ້​ຕົກ​ລົງ​​ຄື: ຂໍ້​ຕົກ​ລົງຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຮອບ​ດ້ານ, ຄູ່​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ແລະ ສັນ​ຍາ​​​ຄີ​ຄູ່ຮ່ວມ​ມືຂ້າ​ມປາ​ຊີ​ຟິກ… ໄດ້​ນຳ​ມາ​ເພື່ອ​ປຶກ​ສາ​ຫາ​ລື. ນີ້​ແມ່ນກອງ​ປະ​ຊຸມ​ຄັ້ງ​ທີ 3 ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ລະ​ຫວ່າງ​ອິນ​ເດຍ ແລະ ອີ​ຢູ ໃນ​ປີນີ້ ເພື່ອ​ແກ້​ໄຂ​ບັນ​ດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ກ່​ຽວ​ຂ້ອງ​ເຖິງ FTA.
ຂ່າວ/ບົດ​ອື່ນ