ອິນໂດເນເຊຍສືບຕໍ່ບຸກຕີກຳ່ປັ່ນຕ່າງປະເທດຫາປາຜິດກົດໝາຍໃຫ້ຈົມນຳ້

ອິນໂດເນເຊຍສືບຕໍ່ບຸກຕີກຳ່ປັ່ນຕ່າງປະເທດຫາປາຜິດກົດໝາຍໃຫ້ຈົມນຳ້ - ảnh 1
(ພາບປະກອບຈາກ AFP/TTXVN)

(vovworld) - ວັນ​ທີ 22/2, ລັດຖະບານ ອິນ​ໂດ​ເນ​​ເຊຍ ​ໄດ​້ອອກ​ຄຳ​ສັ່ງ​ໃຫ້​ກຳລັງໜ້າ​ທີ່​ພິ​ເສດ​ 115 ຂອງ​ປະ​ເທດ​ນີ້ບຸກຕີ​ກຳ່​ປັ່ນ​ຫາ​ປາຢ່າງ​ຜິດ​ກົດໝາຍ​ 30 ລຳ​ໃຫ້​ຈົມ​ນຳ້, ​ໃນ​ນັ້ນ​ມີ​ບັນດາ​ກຳ່​ປັ່ນ​ຫາ​ປາຂອງຕ່າງປະ​ເທດ​ຢູ່​ສະຖານ​ທີ່​ຕ່າງ​ກັນ 5 ​ແຫ່ງ. ຜູ້ອຳນວຍການ​ໃຫຍ່​ອົງການ​ຕິດຕາມ​ກວດກາ​ຊັບພະຍາກອນ​ທະ​ເລ ​ແລະ ອາ​ຊີບ​ຫາ​ປາ Tyas Budiman ຮັບ​ຮູ້​ແຫ​ລ່ງຂ່າວ​ດັ່ງ​ກ່າວ ​ແລະ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການບຸກຕີ​ກຳ່​ປັ່ນ​ຫາ​ປາ​ທີ່ຜິດ​ກົດໝາຍ​ຈົມ​ນຳ້​ຄັ້ງ​ທຳ​ອິດຂອງປີ 2016. ​ໃນ​ຈຳນວນບັນດາ​ກຳ່​ປັ່ນ​ທີ່​ຖືກ​ບຸກຕີ​ໃຫ້ຈົມ​ນ້ຳ​ນັ້ນມີ​ກຳ່​ປັ່ນ​ຂອງ​ບັນດາປະ​ເທດ: ຟີ​ລິບ​ປິນ, ຫວຽດນາມ, ມາ​ເລ​ເຊຍ ​ແລະ ມຽນມາ. ນອກ​ຈາກ​ນັ້ນ, ຍັງມີ​ກຳ​່ປັ່ນ​ຂອງ ອິນ​ໂດ​ເນ​​ເຊຍ 4 ລຳກໍ່​ຖືກ​ບຸກຕີ​ໃຫ້ຈົມ​ນຳ້​ຍ້ອນ​​ໄດ້ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຫາ​ປາ​ແຕ່​ບໍ່​ມີ​ໃບ​ອະນຸຍາດທີ່​ຖືກຕ້ອງກັບ​ກົດໝາຍ.

        ນັບ​ແຕ່​ເດືອນ 10/2014 ມາ​ຮອດ​ປະຈຸ​ບັນ, ປະ​ເທດ ອິນ​ໂດ​ເນ​ເຊຍ ​ໄດ້ບຸກຕີ​ກຳ່​ປັ່ນ​ຫາ​ປາຢ່າງ​ຜິ​ດກົດໝາຍຂອງຕ່າງປະ​ເທດທີ່​ມາ​ຫາ​ປາ​ຢູ່​ປະ​ເທດ​ນີ້​​​ໃຫ້​ຈົມ​ນຳ້ເກື​ອບ 150, ​ໃນ​ນັ້ນ​ມີ​ບັນດາ​ກຳ່​ປັ່ນ​ຂອງປະ​ເທດ ຫວຽດນາມ, ຟີ​ລິບ​ປິນ, ​ໄທ, ມາ​ເລ​ເຊຍ, ປາ​ປົວ​ນິວກີ​ເນ ​ແລະ ຈີນ.


ຂ່າວ/ບົດ​ອື່ນ