ອີ​ຢູ ຕໍ່​ກຳ​ນົດ​ເວ​ລາ​ທຸກ​ມາດ​ຕະ​ການ​ລົງ​ໂທດ ລັດ​ເຊຍ

(VOVWORLD) - ວັນທີ 22 ກໍລະກົດ, ສະຫະພາບເອີລົບ ໄດ້ຕໍ່ກຳນົດເວລາທຸກມາດຕະການລົງໂທດ ລັດເຊຍ ຕື່ມອີກ 6 ເດືອນ  ແມ່ນຮອດວັນທີ 31 ມັງກອນປີ 2025.
ອີ​ຢູ ຕໍ່​ກຳ​ນົດ​ເວ​ລາ​ທຸກ​ມາດ​ຕະ​ການ​ລົງ​ໂທດ ລັດ​ເຊຍ - ảnh 1EU ຈັດວາງຄຳສັ່ງລົງໂທດ ລັດເຊຍ 14 ຄັ້ງ (ພາບ: Shutterstock)

ຂໍ້ຕົກລົງນີ້ ລວມມີບັນດາມາດຕະການລົງໂທດນັບແຕ່ປີ 2014 ພາຍຫລັງທີ່ ແຫລມ Crimea ໂຮມເຂົ້າ ລັດເຊຍ ແລະ ບັນດາມາດຕະການໃຫມ່ໄດ້ຈັດວາງແຕ່ປີ 2022 ເມື່ອລັດເຊຍ ດຳເນີນບັ້ນຮົບການທະຫານພິເສດ ຢູ່ ຢູແກຼນ.

ມາຮອດປະຈຸບັນ, ອີຢູ ໄດ້ຈັດວາງທັງໝົດ 14 ຄຳສັ່ງລົງໂທດ ລັດເຊຍ ລວມມີ: ບັນດາມາດຕະການຈຳກັດໃນຂົງເຂດການຄ້າ, ການເງິນ, ເຕັກໂນໂລຊີ, ອຸດສາຫະກຳ, ຄົມມະນາຄົມ ກໍຄືຈຳກັດການນຳເຂົ້ານ້ຳມັນ ແລະ ຜະລິດຕະພັນກັ່ນຕອງນ້ຳມັນຈາກ ລັດເຊຍ, ຈຳກັດການສົ່ງອອກໄປຍັງ ລັດເຊຍ ສຳລັບບາງປະເພດສິນຄ້າທີ່ມີຄຸນນະພາບສູງ ແລະ ສິນຄ້ານຳໃຊ້ໃນຫຼາຍຈຸດປະສົງໃ

 ລັດເຊຍ ຖືບັນດາມາດຕະການລົງໂທດແມ່ນບໍ່ຖືກຕ້ອງກັບກົດໝາຍ ແລະ ຂາດລັກສະນະສ້າງສັນ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເນັ້ນຫນັກວ່າ ຫນຶ່ງໃນບັນດາເງື່ອນໄຂເພື່ອແກ້ໄຂສະພາບການ ຢູ່ ຢູແກຼນ ແມ່ນຕ້ອງຍົກເລີກທຸກຄຳສັ່ງລົງໂທດ ລັດເຊຍ.


 

ຕອບກັບ

ຂ່າວ/ບົດ​ອື່ນ