ອີຢູ ແລະ ອີຣານ ປຶກສາຫາລືດຳເນີນການເຈລະຈາບັນຫານິວເຄຼຍ ຮອບໃຫມ່

ອີຢູ ແລະ ອີຣານ ປຶກສາຫາລືດຳເນີນການເຈລະຈາບັນຫານິວເຄຼຍ ຮອບໃຫມ່ - ảnh 1
ທ່ານ Saeed Jalili ຫົວຫນ້າ​ຄະນະ​ເຈລະຈາ​ບັນຫາ​ນິວ​ເຄຼຍຂອງ ອີຣານ
ແລະ ທ່ານນາງ  Catherine Ashton  ຜູ້ຕາງ​ຫນ້າ​ຂັ້ນ​ສູງ​ຂອງ ອີ​ຢູ
ພາບ: internet

(vovworld) - ​ ອີຣານ ​ແລະ ສະຫະພາບ​ເອີ​ລົບ (ຫລື EU) ​ໄດ້​ເຫັນ​ດີ​ຈັດ​ຕັ້ງ​ ການເຈລະຈາ​ບັນຫາ​ນິວ​ເຄຼຍ ຮອບ​ໃຫມ່ ​ໃນ​ອະນາຄົດ​ໃກ້ໆ​ນີ້. ທ່ານ Saeed Jalili ຫົວຫນ້າ​ຄະນະ​ເຈລະຈາ​ບັນຫາ​ນິວ​ເຄຼຍຂອງ ອີຣານ ​ໄດ້​ເຜີຍ​ຂ່າວ​ດັ່ງກ່າວ​ທີ່​ການປະຊຸມ​ຂ່າວ​ໃນ​ວັນ​ທີ 19/9 ຢູ່ ນະຄອນ Istanbul ປ​ະ​ເທດ​ຕວກກີ ພາຍຫລັງ​ການ​ເຈລະຈາ​ກັບ​ທ່ານນາງ Catherine Ashton  ຜູ້ຕາງ​ຫນ້າ​ຂັ້ນ​ສູງ​ຂອງ ອີ​ຢູ ຮັບ​ຜິດຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ. ຕາມ​ທ່ານ Jalili ​ແລ້ວ, ຈຸດ​ເວລາ​ດຳ​ເນີນບັນດາ​ການ​ເຈລະຈາ​ຄັ້ງ​ຈະ​ມາ​ເຖິງ ຈະ​​ໄດ້​ຮັບ​ການ​ຕັດສິນ​ເມື່ອ​ທ່ານ​ນາງ Ashton ພົບ​ປະ​ກັບ​ທ່ານ​ເພື່​ອ​ແຈ້ງ​ຂໍ້​ຕົກລົງ​ດັ່ງກ່າວ​ກັບ​ກຸ່ມ P5 + 1 ​ທີ່ເຂົ້າ​ຮ່ວມ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ ອີຣານ ຊື່​ງລວມມີ: 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນ​ຄົງ ສປຊ ນັ້ນ​ແມ່ນ ອັງກິດ, ຝລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ ​ແລະ ຈີນ ພ້ອມ​ກັບ​ເຢຍລະ​ມັນ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ