ອີຣານທົດລອງລະເບີດສະຫຼາດໃນການຊ້ອມຮົບຂອງກອງທັບອາກາດ

(VOVWORLD) -ວັນທີ 31 ຕຸລາ, ສຳນັກຂ່າວສານ Tasnim ໄດ້ໃຫ້ຂ່າວວ່າ, ບັນດາເຮືອບິນສູ້ຮົບຂອງກອງທັບອາກາດອີຣານ ໄດ້ທົດລອງລະເບີດສະຫຼາດ ໃນການຊ້ອມຮົບຄັ້ງໃຫຍ່ທີ່ມີຊື່ວ່າ Fadaeeyan e Harim e Velayat 7 ຖືກດຳເນີນກ່ອນໜ້ານັ້ນໃນວັນດຽວກັນຢູ່ແຂວງ Isfahan, ທາງພາກກາງປະເທດນີ້.

ອີຣານທົດລອງລະເບີດສະຫຼາດໃນການຊ້ອມຮົບຂອງກອງທັບອາກາດ - ảnh 1 ບັນດາເຮືອບິນສູ້ຮົບຂອງກອງທັບອາກາດອີຣານ

(ພາບປະກອບ: AFP/TTXVN)

ໂຄສົກຂອງການຊ້ອມຮົບ, ນາຍພົນ Massoud Roozkhosh ໃຫ້ຮູ້ວ່າ, ບັນດາເຮືອບິນສູ້ຮົບ F – 7 ໄດ້ຖິ້ມບັນດາລູກລະເບີດໄລຍະໄກດ້ວຍຄວາມແມ່ນຍຳສູງ ກໍຄືຍິງບັນດາລູກສອນໄຟໂດຍອີຣານ ຜະລິດເອງໃນການຊ້ອມຮົບຂອງກອງທັບອາກາດ. ນອກນັ້ນ, ບັນດາເຮືອບິນ F – 5 ແລະ ບັນດາເຮືອບິນ Saeqeh ກໍ່ຖິ້ມບັນດາລູກລະເບີດມີນ້ຳໜັກກວ່າ 226 ກີໂລກຣາມ ລົງໃສ່ຫຼາຍເປົ້າໝາຍຢູ່ເຂດຊ້ອມຮົບ.

ຕອບກັບ

ຂ່າວ/ບົດ​ອື່ນ