ອີຣານແລະກຸ່ມ P5+1 ຊຸກຍູ້ການ ປະຕິບັດຂໍ້ຕົກລົງ ດ້ານນິວເຄຼຍ


ອີຣານແລະກຸ່ມ P5+1 ຊຸກຍູ້ການ ປະຕິບັດຂໍ້ຕົກລົງ ດ້ານນິວເຄຼຍ - ảnh 1
ທ່ານ Abbas Arqchi ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ

(ພາບ: azernews.az)

 (vovworld)-  ວັນ​ທີ 1/12,  ທ່ານ Abbas Arqchi ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ ​ໃຫ້​ຮູ້​ວ່າ: ບັນດາ​ທູດ​ພິ​ເສດ​ຂອງ​ອີຣານ ​ແລະ ກຸ່ມ P5+1  (ຊື່​ງລວມມີ 5 ປະ​ເທດ​ສະພາ​ຄວາມໝັ້ນຄົງ ສປຊ ຄື: ອັງກິດ, ຝະລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ຈະ​ຈັດການ​ປະຊຸມ​ໃນຕົ້ນອາທິດ​ໜ້າ​ເພື່ອ​ເລີ່​ມ ຕົ້ນການວາງ​ແຜນ​ກຳນົດ​ບາດກ້າວ​ເດີນ​ຕ່າງໆ​ເພື່ອ​ແນ​ໃສ່​ປະຕິບັດ​ຂໍ້​ຕົກລົງ ຊື່​ງຕາມ​ນັ້ນ​ແລ້ວ ອີຣານ ຈະ​ຈຳກັດ​ໂຄງການ​ນິວ​ເຄຼຍຂອງ​ຕົນ ​ເພື່ອ​ແລກ​ເອົາ​ເລື່ອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​​ໂຍະຍານ​ບາງ​ມາດ​ຕະການ​ລົງ​ໂທດ​ແນ​ໃສ່​ປະ​ເທດ​ນີ້. ຄາດ​ວ່າ​, ນັກ​ການ​ທູດ​ຂັ້ນສູງ​ຂອງ​ສະຫະພາບ​ເອີ​ລົບ (EU) Helga Schmid ຈະ​ຕິດ​ຕໍ່​ພົວພັນ​ກັບ​ອີຣານ ​ໃນ​ອາທິດ​ນີ້ ​ແລະ ບັນດາ​ຜູ້​ຊ່ຽວຊານ​ຂອງ​ສອງ​ຝ່າຍອາ​ດຈະ​ດຳ​ເນີນ​ການ​ເຈລະຈາ​ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ ຫຼື​ວຽນ ປະ​ເທດ​ໂອ​ຕາ​ລິດ ​ໃນ​ອາທິດ​ໜ້າ​ເພື່ອ​ແນ​ໃສ່​ຊອກ​ຫາ​ກົນ​ໄກ​ປະຕິບັດ​ຂໍ້​ຕົກລົງ​ດ້ານ​ນິວ​ເຄຼຍຊົ່ວຄາວ ຊື່​ງອີຣານ ​ແລະ ກຸ່ມ P5+1  ບັນລຸ​ໄດ້ຢູ່​ເຊີ​ແນວ ​ໃນ​ວັນ​ທີ 24/11 ຜ່ານ​ມາ.

ຂ່າວ/ບົດ​ອື່ນ