ອະ​ນຸ​ຊົນ ຫວຽດ​ນາມ ຫຼາຍກວ່າ 30 ນ້ອງ​ ເຂົ້າ​ຮ່ວມງານ​ພົບ​ປະ​ແລກ​ປ່ຽນ​ອະ​ນຸ​ຊົນ ຫວຽດ​ນາມ - ຈີນ

(VOVWORLD) - ງານພົບປະແລກປ່ຽນອະນຸຊົນ ຫວຽດນາມ - ຈີນ ປີ 2024 ໄດ້ດໍາເນີນແຕ່ວັນທີ 15 – 19 ກໍລະກົດ, ຢູ່ນະຄອນ ໜານໜິງ, ແຂວງ ກວາງຊີ, ຈີນ ດ້ວຍຫົວຂໍ້ “ພູຜາທະເລຕິດຈອດກັນ, ເຕີບໃຫຍ່ຮ່ວມມ່ວນຊື່ນ”. 
ອະ​ນຸ​ຊົນ ຫວຽດ​ນາມ ຫຼາຍກວ່າ 30 ນ້ອງ​ ເຂົ້າ​ຮ່ວມງານ​ພົບ​ປະ​ແລກ​ປ່ຽນ​ອະ​ນຸ​ຊົນ ຫວຽດ​ນາມ - ຈີນ - ảnh 1 ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມງານພົບປະຄັ້ງນີ້ ລວມມີຜູ້ແທນອະນຸຊົນ 34 ນ້ອງ; ຜູ້ແທນຮັບຜິດຊອບ 18 ທ່ານ (ພາບ: dangcongsan.vn)

ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ເພື່ອແນໃສ່ປະຕິບັດຄວາມຮັບຮູ້ລວມລະຫວ່າງສອງພັກ, ສອງລັດ ແລະ ຄະນະພັກເຂດປົກຄອງດ້ວຍຕົນເອງຊາວເຜົ່າ ຈວາງ ກວາງຊີ, ຈີນ ກັບ ຄະນະພັກ 4 ແຂວງຊາຍແດນ ຫວຽດນາມ ໃຫ້ເປັນຢ່າງດີ.

        ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມງານພົບປະຄັ້ງນີ້ ລວມມີຜູ້ແທນອະນຸຊົນ 34 ນ້ອງ; ຜູ້ແທນຮັບຜິດຊອບ 18 ທ່ານ ພ້ອມດ້ວຍພາສາແປ 5 ທ່ານ ທີ່ມາຈາກສູນໜູນຊ່ວຍ ແລະ ພັດທະນາອະນຸຊົນ ຫວຽດນາມ ແລະ ບັນດາຄະນະຊາວໜຸ່ມແຂວງ ກວາບັ່ງ, ລ້າງເຊີນ, ຮ່າຢາງ, ກວ໋າງນິງ.

        ຕາມແຜນການ, ຄະນະຜູ້ແທນ ຫວຽດນາມ ຈະເຂົ້າຮ່ວມພິທີໄຂ, ຄົ້ນຫາວັດທະນະທຳມໍລະດົກບໍ່ເປັນວັດຖຸ ຢູ່ຫໍພິພິທະພັນຊົນເຜົ່າວິທະຍາ ກວາງຊີ; ຢ້ຽມຢາມໂຮງລະຄອນຟ້ອນຕຸກກະຕາ ກວາງຊີ; ແລກປ່ຽນວັດທະນະທຳບັນດາເຜົ່າ, ການເຄື່ອນໄຫວລະຫຼີ້ນມ່ວນຊື່ນລະຫວ່າງອະນຸຊົນສອງປະເທດ ຫວຽດນາມ - ຈີນ; ທັດສະນະສຶກສາ ຢູ່ຫໍວາງສະແດງວິທະຍາສາດກວາງຊີ; ….. ພິທີອັດ ຈະໄດ້ດຳເນີນໃນຕອນຄ່ຳວັນທີ 18  ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ