ອະນຸມັດຜ່ານແຜນການປະຕິບັດສັນຍາ UKVFTA

(VOVWORLD) -ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຫັນເປັນລະອຽດ ແລະ ຈັດຕັ້ງຜັນຂະຫຍາຍການປະຕິບັດບັນດາໜ້າທີ່ພື້ນຖານ
ອະນຸມັດຜ່ານແຜນການປະຕິບັດສັນຍາ UKVFTA - ảnh 1(ພາບປະກອບ: VTV)

ທ່ານນາຍົກລັດຖະມົນຕີຫາກໍ່ເຊັນອະນຸມັດແຜນການປະຕິບັດສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ (UKVFTA). ແຜນການນີ້ເພື່ອແນໃສ່ຈັດແບ່ງໜ້າທີ່, ຄວາມຮັບຜິດຊອບໃຫ້ບັນດາອົງການ, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ຕົກລົງມາດຕະການຊີ້ນຳ, ບໍລິຫານ ແລະ ບັນດາມາດຕະການອື່ນໆ ເພື່ອຜັນຂະຫຍາຍການປະຕິບັດສັນຍາດັ່ງກ່າວຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.

ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຫັນເປັນລະອຽດ ແລະ ຈັດຕັ້ງຜັນຂະຫຍາຍການປະຕິບັດບັນດາໜ້າທີ່ພື້ນຖານຄື: ໂຄສະນາ, ເຜີຍແຜ່ຂໍ້ມູນກ່ຽວກັບ UKVFTA ແລະ ຕະຫຼາດລາຊະອານາຈັກອັງກິດ; ສ້າງກົດໝາຍ, ລະບອບລະບຽບການ; ຍົກສູງກຳລັງແກ່ງແຍ້ງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ; ນະໂຍບາຍຮັບປະກັນຊີວິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ…

ຕອບກັບ

ຂ່າວ/ບົດ​ອື່ນ