ອາຊຽນ + 6 ຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບ RCEP

ອາຊຽນ + 6 ຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບ RCEP - ảnh 1
ພາບປະກອບ

(vovworld) –

(vovworld) – ຫົວໜ້າ​ກົມ​ໃຫຍ່​ຮ່ວມ​ມື​ສາກົນ ຂຶ້ນ​ກັບ​ກະຊວງ​ການ​ຄ້າ ອິນ​ໂດ​ເນ​ເຊຍ ທ່ານ Iman Pambagyo ​ໃຫ້​ຮູ້​ວ່າ: 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ 6 ປະ​ເທດ​ຄູ່​ຮ່ວມ​ມື​ພາກ​ພື້ນ​ລວມມີ: ຈີນ, ຍີ່ປຸ່ນ, ສ ​ເກົາຫຼີ, ອົດ​ສະ​ຕາ​ລີ, ນິວຊີ​ແລນ ​ແລະ ອີນ​ເດຍ (ອາ​ຊຽນ + 6) ຈະ​​ໂຮມ​ປະຊຸມ​ຂັ້ນ​ລັດຖະມົນຕີ​ຢູ່ ບຣຸ​ໄນ ​ໃນ​ລະ​ຫວ່າງ​ວັນ​ທີ 20 – 22/8 ຈະ​ມາ​ເຖິງ​ເພື່ອ​ປຶກສາ​ຫາລື ​ແລະ ວາງ​ອອກ​ແຜນກຳນົດທິດ​ກາ​ນ​ເມືອງ​ໃຫ້​ແກ່​ວິວັດ​ທະນາການ​​ເຈລະຈາສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP), ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ການ​ເຈລະຈາທີ່ຈະ​ມາ​ເຖິງມີ​ຄວາມ​ຄືບ​ໜ້າ​ກ່ວາ​ອີກ. ຂອບ​ເຂດ​ການ​ເຈລະ​ຈາ​ຈະ​ໄດ້​ຮັບ​ການ​ສະຫລຸບ​ຈາກ​ບັນດາ​ບົດ​ລາຍ​ງານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ບັນດາ​ລັດຖະມົນຕີ​ປະ​ເທດສະມາຊິກ RCEP, ​ເຊິ່ງລວມມີ​ບັນດາ​ຂໍ້​ສະ​ເໜີ​ວິທີ​ປຶກສາ​ຫາລືບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ການ​ປຶກສາ​ຫາລື​ກ່ຽວ​ກັບ RCEP ທີ່​ຜ່ານ​ມາ. ຕາມ​ຂໍ້​ຕົກລົງ​ໃນ​ວິວັດ​ທະນາການ​ເຈລະຈາ RCEP, ບັນດາ​ຂົງ​ເຂດ​ບຸລິມະສິດສຸມ​ໃສ່​ປຶກສາ​ຫາລື​ໃນ​ປະຈຸ​ບັນ​ແມ່ນ​ສິນຄ້າ, ການ​ບໍລິການ ​ແລະ ການ​ລົງທຶນ. ມຸ້ງ​ໄປ​ເຖິງ​ການ​ສ້າງສຳ​ເລັດ RCEP ​ໃນ​ທ້າຍ​ປີ 2015, ບັນດາ​ການ​ເຈລະຈາ RCEP ວາງ​ຈຸດໝາຍ​ບັນລຸ​ຂໍ້​ຕົກລົງ​ຮ່ວມ​ມື​ເສດຖະກິດ​ທີ່​ທັນ​ສະ​ໄໝ, ຮອບດ້ານ, ມີ​ຄຸນ​ນະພາ​ບສູງ​ສຳ​ລັບ​ສະພາບ​ແວດ​ລ້ອມ​ການ​ຄ້າ ​ແລະ ການ​ລົງທຶນ​ເປີດ ​ເພື່ອ​ສ້າງ​​ເງື່ອນ​ໄຂ​ເປີດ​ກ້ວາງ​ການ​ຄ້າ ​ແລະ ກາ​ນລົງທຶນ​ໃນ​ພາກ​ພື້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ ​ແລະ ພັດທະນາ​ເສດຖະກິດ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ