ອາຊຽນ ແລະ ຈີນ ເຫັນດີສ້າງ COC ໃຫ້ສຳເລັດໃນປີ 2026

(VOVWORLD) - ປະຈຸບັນມີບາງບັນຫາຕ້ອງມີຄວາມເຫັນດີເຫັນພ້ອມຂອງທຸກໆປະເທດ ເພື່ອສ້າງ COC ໃຫ້ສຳເລັດ
ອາຊຽນ ແລະ ຈີນ ເຫັນດີສ້າງ COC ໃຫ້ສຳເລັດໃນປີ 2026 - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Enrique Manalo
(ພາບ: PNA)

        ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນອກກອງປະຊຸມຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລປີ 2025, ທີ່ ມານີລາ, ປະເທດ ຟີລິບປິນ ໃນວັນທີ 24 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Enrique Manalo ໃຫ້ຮູ້ວ່າ, ອາຊຽນ ແລະ ຈີນ ລ້ວນແຕ່ໃຫ້ຄຳໝັ້ນສັນຍາດ້ານການເມືອງວ່າ ຈະສ້າງ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວໃນປີ 2026.

        ປະຈຸບັນມີບາງບັນຫາຕ້ອງມີຄວາມເຫັນດີເຫັນພ້ອມຂອງທຸກໆປະເທດ ເພື່ອສ້າງ COC ໃຫ້ສຳເລັດ ແລະ ບັນດາຝ່າຍພວມມານະພະຍາຍາມເພື່ອສາມາດດຳເນີນການເຈລະຈາບັນລຸຜົນສຳເລັດ. ຕາມທ່ານ Enrique Manalo ແລ້ວ, ບັນດາບັນຫາລະເມີດ, ເນື້ອແທ້ ກໍຄືການພົວພັນຂອງ COC ກັບບັນດາຫຼັກການທີ່ໄດ້ຮັບຮອງເອົາກ່ຽວກັບທະເລຕາເວັນອອກ ຕ້ອງໄດ້ຮັບການແກ້ໄຂດ້ວຍຄວາມເຫັນດີເຫັນພ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ