ອາຊຽນ-ຫວຽດນາມແບ່ງປັນຄວາມສາມາດສ້າງປະຊາຄົມ

ອາຊຽນ-ຫວຽດນາມແບ່ງປັນຄວາມສາມາດສ້າງປະຊາຄົມ - ảnh 1
ພາບປະກອບ

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ “ການ​ກຳນົດ​ທິດ​ສ້າງ​ປະຊາ​ຄົມ​ ອາຊຽນ ຫຼັງ​ປີ 2015: ທັດສະນະ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຫວຽດນາມ”, ​ໃນ​ຂອບ​ເຂດ​ໂຄງການ “ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຮັບ​ໃຊ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ຢ່າງ​ເລິກ​ຊິ່ງກ້ວາງ​ຂວາງ ຂອງ ຫວຽດນາມ ຮອດ​ປີ 2020”, ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ​ອົງການສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ (UNDP) ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 05/12, ຢູ່ ຮ່າ​ໂນ້ຍ. ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ ຖື​ວ່າ: ປີ 2014 ​ແມ່ນ​ບາດ​ລ້ຽວຕັ​ດສິນ​ຜົນສຳ​ເລັດ​ຂອງ​ວິວັດ​ທະນາການ​ສ້າງ​ປະຊາ​ຄົມ. ທ່ານ​ເລຂາທິກ​ານ​ໃຫຍ່ ​ເນັ້ນ​ໜັກ​ວ່າ: ຈຳ​ເປັນ​ຕ້ອງ​ປັບປຸງ​ຕາມ​ລະບອບ, ກົນ​ໄກ​ຂອງ ອາ​ຊຽນ ​ແມ່ນ​ພື້ນຖານ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດທະນາ​ຂອງ ອາ​ຊຽນ ຫຼັງ​ປີ 2015, ລວມມີ​ການ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ຄະນະ​ເລຂາ ອາ​ຊຽນ, ​ເພີ່ມ​ທະວີ​ປະສິດທິ​ຜົນ​ຂອງ​ບັນດາ​ອົງການ, ລະ​ບອບ ຂອງ ອາຊຽນ. ທ່ານ​ເລຂາທິການ​ໃຫຍ່ ຕີ​ລາຄາ​ສູງບັນດາ​ການ​ປະກອບສ່ວນ​ຂອງ ຫວຽດນາມ ​ໃນ 3 ​ເສົາ​ຄ້ຳ​ການ​ເມືອງ ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ ​ແລະ ວັດທະນະທຳ - ສັງຄົມ ​ແລະ ຫວັງ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ພ້ອມ​ກັບ​ບັນດາ​ສະມາຊິກ ອາ​ຊຽນ ມານະ​ພະຍາຍາມ​​ເພື່ອໃຫ້​​ຂອງ​ວິວັດ​ທະນາການ​ສ້າງ​ປະຊາ​ຄົມຮັບຜົນສຳ​ເລັດ.

        ​​ໃນ 2 ວັນ​ດຳ​ເນີນ​ກອງ​ປະຊຸ​ມສຳ​ມະ​ນາ (3-4/12), ບັນ​ດາ​ຜູ້​ແທນ​ປຶກສາ​ຫາລື​ກ່ຽວ​ກັບ​ການກ​ຳນົດທິດ​ພັດທະນາ​ຂອງ ອາ​ຊຽນ ຫຼັງ​ປີ 2015 ​ໃນ​ທັງ 3 ​ເສົາ​ຄ້ຳ ການ​ເມືອງ - ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ ​ແລະ ວັດທະນະທຳ​ສັງຄົມ. ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຖື​ວ່າ: ກ່ອນ​ອື່ນ​ໝົດ ອາ​ຊຽນ ຄວນ​ສ້າງ​ສຳ​ເລັດ​ບັນດາ​ມາດຖານ, ມາດ​ຕະການ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ວິວັດ​ທະນາການ​ສ້າງ​ປະຊາ​ຄົມ ອາ​ຊຽນ ຮອດ​ປີ 2015 ​ເພື່ອ​ແນ​ໃສ່​ຮ່ວມ​ສຳພັນ ​ແລະ ຮ່ວມ​ມື ອາ​ຊຽນ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ສະໜິດ​ຕິ​ດພັນທາງ​ດ້ານ​ການ​ເມືອງ, ຮ່ວມ​ສຳພັນ ທາງ​ດ້ານ​ເສດຖະກິດ ​ແລະ ພ້ອມ​ກັນ​ແບ່ງປັນ​ຄວາມ​ຮັບຜິດຊອບ​ສັງຄົມ.

ຂ່າວ/ບົດ​ອື່ນ