ການໂອ້ລົມສົນທະນາຂັ້ນສູງ ອາຊຽນ - ອີຢູ ກ່ຽວກັບການເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບບົນທະເລໃນພາກພື້ນດຳເນີນໄປ
ຢູ່ ມຽນມາ
(ພາບ: Kim Dung/TTXVN)
|
(vovworld) – ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ - ອີຢູ ຄັ້ງທີ 23 ຫາກໍຈັດຕັ້ງໃນວັນທີ 2/7, ຢູ່ ບຣຸກແຊນ (ປະເທດແບນຊິກ), ເພື່ອແນໃສ່ພິຈາລະນາເພີ່ມທະວີການພົວພັນຄູ່ຮ່ວມມື 2 ຝ່າຍ ແລະ ປຶກສາຫາລືກ່ຽວກັບການກຳນົດທິດການພົວພັນໃນອະນາຄົດ. ກອງປະຊຸມໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ເລຮ່ວາຍຈູງ ແລະ ທ່ານ Ugo Astuto, ຜູ້ຮັກສາການອຳນວຍການກົມອາຊີ - ປາຊີຟິກຂອງອົງການພົວພັນຕ່າງປະເທດ ເອີລົບ ເປັນປະທານຮ່ວມ. ກອງປະຊຸມໄດ້ເຫັນດີເປັນເອກະສັນຕ້ອງມີກົນໄກເພີ່ມທະວີວິວັດການມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອີຢູ ແລະ ຊົມເຊີຍຂໍ້ລິເລີ່ມນີ້ຂອງ ໄທ, ເຊິ່ງແມ່ນປະເທດປະສານງານການພົວພັນກັບ ອີຢູ. ອາຊຽນ ແລະ ອີຢູ ໄດ້ເນັ້ນໜັກເປັນພິເສດເຖິງບັນດາຂົງເຂດເອົາໃຈໃສ່ລວມຄື: ຄວາມໝັ້ນຄົງການເດີນທະເລ, ການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ, ກໍ່ການຮ້າຍ… ຝ່າຍ ອີຢູ ຢັ້ງຢືນປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ອາຊຽນ ກ່ວາອີກ ແລະ ໃຫ້ຄຳໝັ້ນສັນຍາກຽມພ້ອມແບ່ງປັນບັນດາບົດຮຽນໃນການເຊື່ອມໂຍງຂອງ ເອີລົບ.