ອາເມລິກາ ຈັດວາງບັນດາ ຄຳສັ່ງລົງໂທດຕ້ານສປປ.ເກົາຫຼີ ຕື່ມອີກ

ອາເມລິກາ ຈັດວາງບັນດາ ຄຳສັ່ງລົງໂທດຕ້ານສປປ.ເກົາຫຼີ ຕື່ມອີກ - ảnh 1
(ພາບປະກອບ)

(vovworld) – ອາ​ເມ​ລິ​ກາ ຈັດ​ວາງບັນດາ​ຄຳ​ສັ່ງລົງ​​ໂທດຕ້ານສປປ.​ເກົາຫຼີ ຕື່ມ​ອີກ. ນີ້​ແມ່ນ​ປະຕິກິລິຍາ​ທຳ​ອິດ​ຂອງ​ວໍ​ຊິງ​ເຕັນ ຕໍ່ໜ້າ​ການ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ​ແນ​ໃສ່​ບໍລິສັດ​ຜະລິດ​ຟິມຮູບ​ເງົາ Sony Pictures ​ເຊິ່ງພຽງ​ຢາງ ຖືກ​ກ່າວ​ຫາ​ແມ່ນ​ຕົວ​ການ. ຕາມ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ ​ແລ້ວ, ບັນດາ​ຄຳ​ສັ່ງລົງ​​ໂທດ​​ເພີ່ມ​​ເຕີມ​ນີ້​ແນ​ໃສ່ 3 ບໍລິສັດ ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ລັດຖະບານ​ສປປ.​ເກົາຫຼີ, ​ໃນ​ນັ້ນ​ມີ​ບັນດາ​ສ່ວນ​ບຸກຄົນ​ພວມ​ເຮັດ​ວຽກ​ຢູ່​ອີຣານ, ຊີຣີ, ຈີນ, ລັດ​ເຊ​ຍ ​ແລະ ນາມ​ເບັຍ. ​ໃນ​ຈົດໝາຍ​ຝາກ​ເຖິງ​ບັນດາ​ການ​ນຳ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 02/01 ​ແຈ້ງ​ກ່ຽວ​ກັບ​ລັດຖະດຳ​ລັດ​ຂອງ​ຕົນ, ທ່ານ​ປະທານາທິບໍດີ Obama ​ເນັ້ນ​ໜັກ​ວ່າ, ທ່ານ​ໄດ້​ອອກ​ຄຳ​ສັ່ງ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ດັ່ງກ່າວ ຍ້ອນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ບັນດາ​ການ​ກະທຳ​ ​ແລະ ນະ​ໂຍບາຍເກາະ​ຜິດ, ກໍ່​ຄວາ​ມຂາດ​ສະຖຽນ​ລະ​ພາບ​ຂອງ​ລັດຖະບານ​ສປປ.​ເກົາ​ຫີຼ, ນັບ​ທັງ​ບັນດາ​ການ​ກະທຳ​ທຳລາຍ​ກ່ຽວຂ້ອງ​ເຖິງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ​ໃນ​​ເມື່ອ​ເດືອນ 11 – 12/2014.

ຂ່າວ/ບົດ​ອື່ນ