ອາເມລິກາ, ຝລັ່ງ ເປັນເອກະພາບດ້ານຈຸດໝາຍ, ຍຸດທະສາດໃນ ບັນດາການເຈລະຈານິວເຄຼຍກັບອີຣານ

ອາເມລິກາ, ຝລັ່ງ ເປັນເອກະພາບດ້ານຈຸດໝາຍ, ຍຸດທະສາດໃນ ບັນດາການເຈລະຈານິວເຄຼຍກັບອີຣານ - ảnh 1
ອາ​ເມ​ລິ​ກາ, ຝລັ່ງ ​ເປັນ​ເອກະ​ພາບ​ດ້ານ​ຈຸດໝາຍ,
ຍຸດ​ທະ​ສາດ​ໃນ​ບັນດາ​ການ​ເຈລະຈາ​ນິບ​ເຄຼຍກັບອີຣານ
(ພາບ: AFP)


(vovworld) – ວັນ​ທີ 07/03, ບັນດາ​ນັກ​ການ​ທູດ​ອາ​ເມ​ລິ​ກາ ​ແລະ ຟລັ່ງ ຢືນຢັນ​ວ່າ, ​ເຂົາ​ເຈົ້າ​ໄດ້​ເປັນ​ເອກະ​ພາບ​ນຳ​ກັບ​ກ່ຽວ​ກັບ​ຍຸດ​ທະ​ສາດ​ກໍ່​ຄື​ຈຸດໝາຍ​ໃນ​ຄວາມ​ມານະ​ພະຍາຍາມ​ບັນລຸ​ໄດ້​ຂໍ້​ຕົກລົງ​ດ້ານ​ນິວ​ເຄຼຍກັບ​ອີຣານ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ປະຊຸມ​ຂ່າວ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຝລັ່ງ Laurent Fabius, ທ່ານ​ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ John Kerry ​ໃຫ້​ຮູ້​ວ່າ, ນັກ​ການ​ທູດ 2 ທ່ານ​ບັນລຸ​ໄດ້​ບາດກ້າວ​ໃນ​ບັນດາ​ການ​ເຈລະຈາ​ດ້ານ​ນິວ​ເຄຼຍກັບ​ອີຣານ. ​ແຕ່​ 2 ທ່ານ​ກໍ່​ຍ້ອມ​ຮັບ​ວ່າ, ຍັງ​ມີ​ໄລຍະ​ຫ່າງ​ທີ່​ໃຫຍ່​ຫຼວງ​ຕ້ອງ​ຜ່ານ​ຜ່າ ຖ້າ​ກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດກຳມະການ​ປະຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊ ແລະ ເຢຍ​ລະ​ມັນ) ​ແລະ ອີຣານຢາກ​ບັນລຸ​ໄດ້​ຮ່າງຂໍ້​ຕົກລົງ​ກ່ອນ​ກຳນົດ​​ສຸດ​ທ້າຍ​ໃນ​ເດືອນ 03 ນີ້, ​​ໂດຍ​ບັນດາ​ນັກ​ເຈລະຈາ​ໄດ້​ວາງ​​ອອກ. ທ່ານ Fabius ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ​ໃນ​ພາຍ​ພາກ​ໜ້າ​ຍັງ​ມີ​ຫຼາຍ​ບັນຫາ​ຕ້ອງ​ເຈລະຈາ​ນຳ​ກັນ​ຄື​​ເວລາ​ປະຕິບັດ​ຂໍ້​ຕົກລົງ ຫຼື ວິທີ​ຕິດຕາມ​ກວດກາ​ການ​ປະຕິບັດ​ຕາມຂໍ້​ຕົກລົງ​ຂອງ​ຝ່າຍ​ອີຣານ.

ຂ່າວ/ບົດ​ອື່ນ