ອາ​ເມ​ລິ​ກາ: ພັກ​ສາ​ທາລະ​ນະ ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ

(VOVWORLD) - ວົງການເຈົ້າໜ້າທີ່ພັກສາທາລະນະ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກນີ້ ຈະໄດ້ດຳເນີນຕາມແຜນການ, ເຊິ່ງໄຂຂຶ້ນໃນວັນຈັນ, ວັນທີ 15 ກໍລະກົດ, ຢູ່ນະຄອນ Milwaukee, ລັດ Wisconsin.

                  ໃນຂະນະນັ້ນ, ທ່ານອະດີດປະທານາທິບໍດີ Donald Trump, ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ທີ່ຈະໄດ້ຮັບການສະເໜີອອກຮັບສະໝັກເລືອກຕັ້ງຂອງພັກສາທາລະນະ ກໍຈະມາເຂົ້າຮ່ວມກອງປະຊຸມໃຫຍ່ດັ່ງກ່າວ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກສາທາລະນະ ໄດ້ດຳເນີນໃນ 4 ວັນ. ຜູ້ສະມາຊິກພັກສາທາລະນະນັບໝື່ນຄົນ ທີ່ມາຈາກທຸກແຖບຖີ່ນໃນທົ່ວປະເທດໄດ້ເຕົ້າໂຮມກັນຢູ່ນະຄອນ Milwaukee, ລັດ Wincosin ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ປີນີ້.

              ກອງປະຊຸມໃຫຍ່ຂອງພັກ, ໄດ້ຈັດຂຶ້ນ 4 ປີເທື່ອໜຶ່ງ, ເພື່ອແນໃສ່ເຕົ້າໂຮມກຳລັງສຳຄັນທີ່ສຸດກ່ອນດຳເນີນການເລືອກຕັ້ງ. ຄາດວ່າ, ກອງປະຊຸມໃຫຍ່ພັກສາທາລະນະ ຈະສະເໜີຊື່ຜູ້ອອກຮັບສະໝັກເລືອກຕັ້ງຮອງປະທານາທິບໍດີ ໃນມື້ວັນພຸດ ແລະ ສະເໜີຊື່ຜູ້ອອກຮັບສະໝັກເລືອກຕັ້ງມາຫາສຽງເລືອກຕັ້ງປະທານາທິບໍດີ ໃນວັນພະຫັດ, ເຊິ່ງເປັນມື້ສຸດທ້າຍຂອງກອງປະຊຸມໃຫຍ່.

              ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ວັນທີ 14 ກໍລະກົດ, ກົມສືບສວນສະຫະລັດ ອາເມລິກາ (FBI) ໃຫ້ຮູ້ວ່າ ອົງການພວມດຳເນີນການສືບສວນເຫດຄາດຕະກຳລອບສັງຫານທ່ານອະດີດປະທານາທິບໍດີ Donald Trump ຕາມທິດການກໍ່ການຮ້າຍພາຍໃນປະເທດ, ພ້ອມທັງໃຫ້ຮູ້ຕື່ມອີກວ່າ ຜູ້ຖືກສົງໄສກໍ່ເຫດການດັ່ງກ່າວ ແມ່ນປະຕິບັດພຽງແຕ່ຜູ້ດຽວ.

ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ