ອາເມລິກາ ແລະ ຊາອຸດິອາຣາເບັຍ ຢັ້ງຢືນສາຍພົວພັນແບບ ພັນທະມິດຍຸດທະສາດ

  ອາເມລິກາ ແລະ ຊາອຸດິອາຣາເບັຍ ຢັ້ງຢືນສາຍພົວພັນແບບ ພັນທະມິດຍຸດທະສາດ - ảnh 1
ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດ ​ອາ​ເມ​ລິ​ກາ Chuk Hagel ​
(ພາບ: TTXVN)

(vovworld)-  ອາ​ເມ​ລິ​ກາ​ໝັ້ນ​ໝາຍ​ຈະ​ສືບ​ຕໍ່ເພີ່ມທະວີ​ການ​ປັບປຸງ​ການ​ພົວພັນ​ຍຸດ​ທະ​ສາດ​ຢ່າງ​ໝັ້ນຄົງ​ກັບ ຊາ​ອຸ​ດິອາຣາ​ເບັຍ ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຄວາມ​ບໍ່​ລົງລອຍ​ກັນ​ເມື່ອ​ມໍ່ໆ​ມາ​ນີ້​ລະຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ ​ແລະ ວິ​ກິດ​ການ​ການ​ເມືອງ​ຢູ່​ຊີຣີ.

    ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ເຈົ້າ​ຊາຍ Salman bin Sultan ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດ ຊາ​ອຸ​ດິອາຣາ​ເບັຍຊຶ່ງ​ພວມ​ຢ້ຽມຢາມ​ອາ​ເມ​ລິ​ກາ​ເມື່ອ​ວັນ​ທີ 20/3, ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດ ​ອາ​ເມ​ລິ​ກາ Chuk Hagel ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ສາຍ​ພົ​ວພັນ​ຮວ່ມມື​ທາງ​ທະຫານ​ລະຫວ່າງ 2 ຝ່າຍ, ພ້ອມ​ທັງ​ຢືນຢັນ​ຄື​ໃໝ່​ກ່ຽວ​ກັບຄຳ​ໝັ້ນ​ສັນຍາ​ຂອງ​ວໍ​ຊິງ​ຕັນ​ທີ່​ມີ​ຕໍ່​ພື້ນຖານ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ