ອາເມລິກາ ແລະ ສ.ເກົາຫຼີ ກະກຽມໃຫ້ແກ່ການພົບປະສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) -ທ່ານ Stephen Biegun ໄດ້ພົບປະກັບທີ່ປຶກສາ ດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ສ.ເກົາຫຼີ ທ່ານ Chung Eui- yong ເພື່ອປຶກສາລາຍລະອຽດໃນການພົບປະສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ.

        ວັນທີ 4 ກຸມພາ, ຜູ້ຕາງໜ້າພິເສດຂອງ ອາເມລິກາ ກ່ຽວກັບນະໂຍບາຍ ທີ່ມີຕໍ່ ສປປ.ເກົາຫຼີ, ທ່ານ Stephen Biegun ໄດ້ພົບປະກັບທີ່ປຶກສາ ດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ສ.ເກົາຫຼີ ທ່ານ Chung Eui- yong ເພື່ອປຶກສາລາຍລະອຽດໃນການພົບປະສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ. ທີ່ການພົບປະ, ທ່ານ Stephen Biegun ໄດ້ແລກປ່ຽນກັບທ່ານ Chung Eui- yong ກ່ຽວກັບຫຼັກໝັ້ນຂອງ ອາເມລິກາ. ສ່່ວນທ່ານ Chung Eui- yong ກໍໄດ້ສະແດງໃຫ້ເຫັນການຕີລາຄາຂອງ ເຊີອູນ ກ່ຽວກັບສະພາບການໃນປັດຈຸບັນ ກໍຄືບັນດາວຽກງານ ເຊິ່ງ ອາເມລິກາ ແລະ ສ.ເກົາຫຼີ ພວມສົມທົບກັນປະຕິບັດ, ທ່ານ Stephen Biegun ສະແດງຄວາມຫວັງວ່າ ບັນດາການເຮັດວຽກໃນວັນທີ 5 ກຸມພາ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຈະເປີດຊ່ອງທາງໃຫ້ຜົນສໍາເລັດຂອງການພົບປະສຸດຍອດລະຫວ່າງ ປະທານາທິບໍດີ ອາເມລິກາ Donald Trump  ແລະ ການນໍາ ສປປ.ເກົາຫຼີ Kim Jong Un.

ຕອບກັບ

ຂ່າວ/ບົດ​ອື່ນ