ຮັດແໜ້ນນ້ຳໃຈສາມັກຄີສະໜິດແໜ້ນ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ ຫວຽດນາມ ກັບ ປະຊາຊົນສາກົນ

(VOVWORLD) - ເນື່ອງໃນໂອກາດຄະນະຜູ້ແທນສາກົນມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະພາສັນຕິພາບສາກົນ,
ຮັດແໜ້ນນ້ຳໃຈສາມັກຄີສະໜິດແໜ້ນ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ ຫວຽດນາມ ກັບ ປະຊາຊົນສາກົນ - ảnh 1 ທ່ານ ເລຮົງເຊີນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ (ພາບ: TTXVN)

ຕອນຄ່ຳວັນທີ 23 ພະຈິກ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງງານພົບປະມິດຕະພາບກັບຄະນະ ເພື່ອແນໃສ່ຢືນຢັນນ້ຳໃຈສາມັກຄີສະໜິດແໜ້ນ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນ ຫວຽດນາມ ກັບປະຊາຊົນສາກົນ. ເຂົ້າຮ່ວມລາຍການ ມີທ່ານນາງ Socorro Gomez ປະທານສະພາສັນຕິພາບສາກົນ, ທ່ານ ຫງວຽນວັນຮວິນ ຮອງປະທານຄະນະກຳມະການສັນຕິພາບ ຫວຽດນາມ.

        ທີ່ລາຍການ, ທ່ານ ເລຮົງເຊີນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຢືນຢັນວ່າ ດ້ວຍບົດບາດເປັນສະມາຊິກກໍຕັ້ງສະພາສັນຕິພາບສາກົນ. ຫວຽດນາມ ໄດ້ມີການເຄື່ອນໄຫວແທດຈິງຫລາຍຢ່າງ, ເປັນໜ້າຈົດຈຳບົນເວທີສາກົນ. ດ້ວຍຈິດໃຈ ຍາມໃດກໍ່ກຽມພ້ອມແບ່ງປັນເພື່ອບັນດາຊາດ, ເພື່ອສັນຕິພາບ.

        ຕາງໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະພາສັນຕິພາບສາກົນ, ທ່ານນາງ Ilda Figuereido ສະມາຊິກຄະນະບໍລິຫານງານສະພາສັນຕິພາບສາກົນ, ປະທານສະພາສັນຕິພາບ ແລະ ຮ່ວມມື ປັອກຕຸຍການ ເນັ້ນໜັກວ່າ: ສະພາສັນຕິພາບສາກົນຕີລາຄາສູງ ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນ, ສະໜັບສະໜູນໃຫ້ຂະບວນການສັນຕິພາບຂອງປະຊາຊົນໂລກເວົ້າລວມ ແລະ ສະພາສັນຕິພາບສາກົນເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ