ຮູບ​ພາບ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ພໍ່​ແມ່​ພີ່​ນ້ອງ​ຊາວ​ເຜົ່າ ມົ້ງ - ຢ້າວ - ຜ​ູ້ໄທ ຢູ່ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດ​ນາມ ຕະຫຼອດ​ໄປ

(VOVWORLD) -   ສຳລັບພໍ່ແມ່ພີ່ນ້ອງຊາວເຜົ່າ ມົ້ງ, ຢ້າວ, ຜູ້ໄທ ຢູ່ບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ ແລ້ວ,  ຮູບພາບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳຜູ້ໃກ້ຊິດ, ສະໜິດສະໜົມ, ທີ່ຍາມໃດກໍເອົາໃຈໃສ່ເບິ່ງແຍງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍນັ້ນ ຈະຢູ່ໃນດວງໃຈຂອງເຂົາເຈົ້າຕະຫຼອດໄປ.
ຮູບ​ພາບ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ພໍ່​ແມ່​ພີ່​ນ້ອງ​ຊາວ​ເຜົ່າ ມົ້ງ - ຢ້າວ - ຜ​ູ້ໄທ ຢູ່ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດ​ນາມ ຕະຫຼອດ​ໄປ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ້ຽມຢາມປະຊາຊົນຢູ່ຕາແສງ ຈ່ຽງບານ, ເມືອງ ມາຍເຊີນ, ແຂວງ ເຊີນລາ ເມື່ອເດືອນມັງກອນ 2014 (ພາບ: VTV)

ພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ທາງທິດຕາເວັນຕົກສ່ຽງເໜືອ ຍາມໃດກໍຈົດຈຳກ່ຽວກັບຜູ້ນຳທີ່ດີເດັ່ນ, ນຳປະເທດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ບັນລຸໄດ້ຫຼາຍຜົນງານໃນການພັດທະນາເສດຖະກິດ - ສັງຄົມ, ຍົກສູງທີ່ຕັ້ງ, ບົດບາດຂອງປະເທດ, ຂອງຊາດ. ທ່ານນາງ ຈ້ຽວທິເຍີຍ, ປະຊາຊົນຢູ່ຕາແສງ ຝຸກເລີ້ຍ, ເມືອງ ລູກອຽນ, ແຂວງ ອຽນບ໋າຍ ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ:

        “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນໜຶ່ງໃນບັນດາການນຳທີ່ດີເລີດຂອງພັກ ແລະ ລັດ. ທ່ານແມ່ນແບບຢ່າງອັນໃສແຈ້ງກ່ຽວກັບຄວາມລຽບງ່າຍ, ຄວາມໃກ້ຊິດສະໜິດສະໜົມ, ອ່ອມນ້ອມຖ່ອມຕົວ, ເປັນແບບຢ່າງ, ສຸດຈິດສຸດໃຈເພື່ອປະເທດຊາດ, ເພື່ອປະຊາຊົນ. ທຸກຄຳເຫັນ, ຂໍ້ສະເໜີແນະຂອງປະຊາຊົນ ທ່ານລ້ວນແຕ່ຮັບຟັງ ແລະ ຊີ້ນຳແກ້ໄຂຢ່າງສົມເຫດສົມຜົນ. ຂໍຂອບໃຈທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ນຳມາເຊິ່ງຊີວິດການເປັນຢູ່ທີ່ອີ່ມໜຳສຳລານສົມບູນພູນສຸກ.”

        ພະນັກງານ, ສະມາຊິກພັກ, ພໍ່ແມ່ພີ່ນ້ອງບັນດາເຜົ່າມົ້ງ, ຢ້າວ, ຜູ້ໄທ ກໍຈົດຈຳຄຳບອກສອນຂອງທ່ານເມື່ອທ່ານມາຢ້ຽມຢາມບັນດາໝູ່ບ້ານເຂດພູສູງທາງທິດຕາເວັນຕົກສ່ຽງເໜືອ. ທ່ານ ວື່ອາຊ່າ, ເລຂາຄະນະພັກຕາແສງ ປ໊າລົງ, ເມືອງ ທ້ວນເຈົ້າ, ແຂວງ ເຊີນລາ ແບ່ງປັນວ່າ:

        “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍເອົາໃຈໃສ່ເປັນພິເສດ ແລະ ກຳແໜ້ນສະພາບການດຳລົງຊີວິດ ແລະ ມີນະໂຍບາຍສະເພາະສຳລັບພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍຢູ່ເຂດພູສູງ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ຈາກບັນດານະໂຍບາຍນັ້ນ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍພວກຂ້າພະເຈົ້າ ຈຶ່ງມີຊີວິດທີ່ອີ່ມໜຳສຳລານ.”

ຕອບກັບ

ຂ່າວ/ບົດ​ອື່ນ