ຮູບພາບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຝັງເລິກໃນດວງໃຈຂອງພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈ່ືອງຊາ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ລະດົມກຳລັງໃຈ ແລະ ເຊື່ອໝັ້ນຕໍ່ຄຸນນະທາດການເມືອງ, ຈິດຕໍ່ສູ້ຂອງພະນັກງານ, ທະຫານເຮືອເວົ້າລວມ ແລະ ພະນັກງານ, ທະຫານເຂດ 4 ເວົ້າສະເພາະ ໃນໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ.
ຮູບພາບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຝັງເລິກໃນດວງໃຈຂອງພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈ່ືອງຊາ - ảnh 1(ທ່ານພັນໂທ ເຈິ່ນກວາງຝູ)

        ຄາວຍັງມີຊີວິດຢູ່, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດຕໍ່ພະນັກງານ, ກອງທັບເຮືອປະຊາຊົນ ຫວຽດນາມ ເວົ້າລວມ ແລະ ທະຫານ, ປະຊາຊົນເມືອງເກາະ ເຈື່ອງຊາ, ແຂວງ ແຄງຮ່ວາ ເວົ້າສະເພາະ. ທ່ານພັນໂທ ເຈິ່ນກວາງຝູ, ຫົວໜ້າຜູ້ບັນຊາການເກາະ ເຈື່ອງຊາ, ກອງພົນນ້ອຍ 146, ທະຫານເຮືອເຂດ 4, ແບ່ງປັນໃນການໂອ້ລົມ ເນື່ອງໃນໂອທ່ານເດີນທາງໄປປະຕິບັດງານຢ້ຽມຢາມທະຫານເຮືອເຂດ 4 ໃນວັນທີ 05 ພຶດສະພາ 2016, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ລະດົມກຳລັງໃຈ ແລະ ເຊື່ອໝັ້ນຕໍ່ຄຸນນະທາດການເມືອງ, ຈິດຕໍ່ສູ້ຂອງພະນັກງານ, ທະຫານເຮືອເວົ້າລວມ ແລະ ພະນັກງານ, ທະຫານເຂດ 4 ເວົ້າສະເພາະ ໃນໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ.

          “ໃນດວງໃຈພະນັກງານ, ນັກຮົບ ເຈື່ອງຊາ ແຕ່ລະຄົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍ່ເປັນແບບຢ່າງທີ່ໃສແຈ້ງຂອງລັດທິວິລະຊົນປະຕິວັດຕະຫຼອດໄປ, ແມ່ນສັນຍາລັກອັນສູງສົ່ງຂອງນັກກອມມູນິດ ທີ່ຈົ່ງຮັກພັກດີ, ເພື່ອໃຫ້ພະນັກງານ, ນັກຮົບ ເຈື່ອງຊາ ຮ່ຳຮຽນຕາມ.”

        ເອື້ອຍ ເຈິ່ນທິເຈົາອູກ, ພົນລະເມືອງຕາແສງເກາະ ຊອງຕື໋ໄຕ, ສະແດງຄວາມໃນໃຈວ່າ:

        “ໂດຍແມ່ນປະຊາຊົນຜູ້ໜຶ່ງທີ່ດຳລົງຊີວິດຢູ່ຕາແສງເກາະ ຊອງຕື໋ໄຕ, ຂ້າພະເຈົ້າມີຄວາມເປັນກຽດ ແລະ ເອກອ້າງທະນົງໃຈເມື່ອໄດ້ປະຕິບັດໜ້າທີ່ຂອງພົນລະເມືອງເຂດຕາແສງເກາະທີ່ຫ່າງໄກ, ຢັ້ງຢືນ ແລະ ປົກປ້ອງອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ. ຂ້າພະເຈົ້າໝັ້ນໝາຍຕໍ່ໜ້າດວງວິນຍານຂອງທ່ານເລຂາທິການໃຫຍ່ວ່າ, ປະຊາຊົນໃນຕາແສງເກາະ ຊອງຕື໋ໄຕ ຈະແກ້ໄຂທຸກຄວາມຫຍຸ້ງຍາກ, ສິ່ງທົດສອບ, ປະຕິບັດສຳເລັດບັນດາໜ້າທີ່ຂອງພົນລະເມືອງ”.

ຕອບກັບ

ຂ່າວ/ບົດ​ອື່ນ